ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-31 18:40:47    
ຜູ້​ສຳຫຼວດກວດ​ກາ​ນິວ​ເຄຼຍ​ງວດ​ທຳ​ອິດ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​​ອອກ​ເດີນ​ທາງ​ຈາກ​ສປປ​ເກົາ​ຫລີ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ຜູ້​ສຳຫຼວດກວດກາ​ນິວ​ເຄຼຍງວດ​ທຳ​ອິດ​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນທັງ​ໝົດ 10 ຄົນ​ໄດ້​ສຳ​ເລັດ​ແຜນການ​ກວດກາ​ສິ່ງ​ກໍ່ສ້າງ​ນິວ​ເຄຼຍຢູ່​ຢົງ​ປຽນ​, ແລ້ວ​ເດີນທາງ​ອອກ​ຈາກ​ສປປ​ເກົາຫລີ​ໃນ​ວັນ​ທີ 31 ກໍລະກົດ​ນີ້.

ມື້​ດຽວ​ກັນ, ຢູ່​ສະໜາມ​ບິນ, ທ່ານ​ອາ​ເດນ ​ໂທ​ບາ  ຜູ້​ຮັບຜິດຊອບ​ຂອງ​ໜ່ວຍງານ​ດັ່ງກ່າວ​ເວົ້າຕໍ່​ນັກ​ຂ່າວ​ວ່າ, ຜູ້​ສຳຫຼວດກວດກາ​ໄດ້​ສຳ​ເລັດ​ໜ້າ​ທີ່​ກວດກາ​ຕາມ​ແຜນການ​ເດີມ. ການ​ຕີ​ລາຄາ​ຂອງ​ການ​ກວດກາ​ເທື່ອ​ນີ້​ຈະ​ດຳ​ເນີນ​ໃນ​ສຳນັກ​ງານ​ໃຫຍ່​ອົງການ​ພະລັງງານ​ປະລະມານູ​ສາກົນ. ທ່ານ​ເວົ້າວ່າ, ​ໃນ​ຂະ​ບວນການ​ຕິດ​ຕາມ​ກວດກາ​ນັ້ນ ຝ່າຍ​ສປປ​ເກົາຫລີ​ໄດ້ຮ່ວມ​ມື​ກັບ​ໜ່ວຍ​ງານກວດກາ​ຢ່າງຮອບດ້ານ.

ຂ່າວ​ແຈ້ງ​ວ່າ, ພະນັກງານ​ງວດ​ທີ​ສອງ​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ 6 ຄົນ​ໄດ້​ເດີນທາງ​ໄປ​ຮອດ​ພຽງ​ຢາງ​ໃນ​ວັນ​ທີ 28 ກໍ​ລະ​ກົດ​ນີ້, ກຽມ​ສືບ​ຕໍ່ດຳ​ເນີນ​ການ​​ກວດກາ​ສິ່ງ​ກໍ່ສ້າງ​ນິວ​ເຄຼຍຢົງ​ປຽນ​ທີ່​ຖືກ​ປິດ​ແລ້ວ​.