ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-02 17:11:26    
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ພາກ​ພື້ນ​ອາ​ຊຽນ​ຄັ້ງ​ທີ​14

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ2ສິງຫາ​ນີ້,ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງປະ​ເທດ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ພາກ​ພື້ນ​ອາ​ຊຽນ​ຄັ້ງ​ທີ​14,​ທ່ານ​ໄດ້​ບັນ​ລະ​ຍາຍ​ຄວາມ​ເຫັນ​ຂອງ​ຈີນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ,​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ແລະ​ທັດ​ສະ​ນະ​ໃໝ່​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ.

ທ່ານ​ຢ່າງ​ເຈ​ສື​ກ່າວ​ວ່າ,​ໃນປີ​ທີ່​ຜ່ານ​ມາ,ສັນ​ຕິ​ພາບ,ການ​ພັດທະນາ​ແລະ​ການ​ຮ່ວມ​ມື​ຍັງ​ຄົງ​ແມ່ນ​ກະ​ແສ​ຫຼັກ​ຂອງ​ສະຖານະ​ການ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.​ແຕ່​ວ່າ,​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ຍັງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ນາໆ.ພາຍ​ໃຕ້​ບົດ​ບາດ​ຂອງ​ຈິນ​ຕະນາ​ການສົງຄາມ​ເຢັນ,ທ່າ​ອ່ຽງ​ທີ່​ເພີ່ມ​ທະ​ວີ​ພັນທະ​ມິດ​ການ​ທະຫານະລຫວ່າງ​ສອງ​ຝ່າຍ,​ສະ​ແຫວ​ງຫາ​ທ່າ​ແຮງ​ເດັດ​ຖານດ້ານ​ການ​ທະ​ຫານ​ໄດ້​ມີ​ການ​ຂະຫຍາຍຕົວ,​ເຊິ່ງ​ໄດ້​ທຳລາຍ​ຄວາມ​ພະ​ຍາ​ຍາມ​ທີ່​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ດ້ານ​ການ​ເມືອງ,​ໄດ້​ເພີ່ມ​ປັດ​ໄຈ​ທີ່ບໍ່​ໝັ້ນ​ທ່ຽງ​ໃຫ້​ແກ່​ສະຖຽນ​ລະພາບ​ຂອງ​ພາກ​ພື້ນ.

ທ່ານ​ຢາງ​ເຈ​ສື​ໄດ້​ບັນ​ລະບາຍ​ຄວາມ​ເຫັນ​ຂອງ​ຈີນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ,​ຄື​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ,ສະ​ເໝີ​ພາບ​ກັນ,​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ພັດທະນາ​ພ້ອມ​ກັນ,ສະ​ແຫວ​ງຫາ​ສິ່ງ​ທີ່​ຄື​ກັນ ສະຫງວນ​ສິ່ງ​ທີ່​ຕ່າງ​ກັນ, ປຶກສາ​ຫາລື​​ເຮັດ​ວຽກ ​ນຳ​ກັນ.

ທ່ານ​ຢາງ​ເຈ​ສື​ຊີ້​ອອກ​ວ່າ,​ທັດ​ສະ​ນະ​ໃໝ່​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ແມ່ນ​ທັດ​ສະ​ນະ​ຄວາມ​ໝັ້ນ​ຄົງ​ແລະ​ເບົ້າ​ແບບ​ຄວາມ​ໝັ້ນ​ຄົງ​ທີ່​ສ້າງ​ຕັ້ງ​ຂຶ້ນ​ຢູ່​ບົນ​ພື້ນ​ຖານ​ຄວາມ​ຫຼາກ​ຫຼາຍ​ແລະ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ,ພວກ​ເຮົາ​ຄວນ​ທະ​ນຸ​ຖະ​ໜອມ​ເປັນ​ພິ​ເສດ,​ແລະ​ຍຶດ​ໝັ້ນ​ຕໍ່​ໄປ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ.

ໃນ​ທີ່​ສຸດ,ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ,ຈີນ​ແມ່ນ​ຜູ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ແລະ​ສ້າງສາ​ສັນ​ຕິ​ພາບ,​ການ​ພັດ​ທະ​ນາ,​ການ​ຮ່ວມ​ມື​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ.​ຈີນ​ຈະ​ເຮັດ​ຕາມ​ທີ່​ເຄີຍ​ປະຕິບັດ​ຜ່ານ​ມາ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໂດຍ​ຜ່ານ​ການ​ສົນ​ທະ​ນາ,​ຊຸກ​ຍູ້​ການ​ຮ່ວມ​ມື​ກັນ​ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ຜ່ານ​ການ​ຮ່ວມ​ມື​ກັນ​ເພື່ອ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ.