ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-05 16:12:47    
ອີ​ຣານ​ກັບ​ອາ​ເມ​ລິ​ກາ​ຈະ​ຈັດ​ກັນ​ເຈ​ລະ​ຈາ​ກັນ​ອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ບັນ​ຫາ​ຄວາມ​ປອດ​ໄພ​ຂອງ​ອີ​ລັກ

cri Author: ju
ຕາມ​ຂ່າວCRI:ວັນ​ທີ4​ສິງຫາ​ນີ້ ຢູ່​ທີ່ນະ​ຄອນ​ແບກ​ແດດ ທ່ານ​ຄາ​ເຊ ໂຄມີ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອີ​ຣານ​ປະຈຳ​ອີລັກ​ກ່າວ​ວ່າ ​ໃນ​ວັນ​ທີ6​ສິງຫາ​ນີ້​ຢູ່​ທີ່​ແບກ​ແດດ ຜູ້ຕາງ​ໜ້າ​ອີຣານກັບ​ກັບ​ຜູ້​ຕາງ​ໜ້າ​ອາ​ເມ​ລິ​ກາ​ຈະ​ຈັດການ​ເຈລະຈາ​ລະດັບ​ຊຽວ​ຊານກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ຂອງ​ອີ​ລັກ​​ເພື່ອ​​ແລກ​ປ່ຽນ​​ຄວາມ​ເຫັນ​ກ່ຽວ​ກັບ​ເລື່ອງຈັດ​ຕັ້ງຄະນະ​ກຳ​ມະການ​​ເພື່ອຄວາມ​ປອດ​ໄພ​ຂອງ​ສາມ​ຝ່າຍ.

ກ່ອນ​ໜ້າ​ນີ້ ອາ​ເມ​ລິ​ກາ​ກັບ​ອີຣານສອງ​ຝ່າ​ຍ​ໄດ້​​ເຫັນ​ດີ​ພ້ອມ​ກັນ​ກັບ​ອີ​ລັກ​ຈັດ​ຕັ້ງ​ຄະນະ​ກຳມະ​ການ​ຄວາ​ມປອດ​ໄພ​ສາມ​ຝ່າ​ຍຮ່ວມ​ກັບ​ອີ​ລັກ​ເພື່ອ​ປະສານ​ງານ​ແກ້​ໄຂ​ບັນ​ຫາ​ຄວາມ​ປອດ​ໄພທີ່​ອີ​ລັກ​ພວມ​ປະ​ເຊີນ​ຢູ່.