ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-07 20:09:11    
ລັດ​ຖະ​ບານ​ອິສ​ຣາ​ແອນ​ປະ​ຕິ​ເສດ​ວ່າ​ພວມ​ພິ​ຈາ​ລະ​ນາ​ແລກ​ປ່ຽນ​ດິນ​ແດນ​ກັບ​ປາ​ເລັສ​ຕິນ

cri
ຕາມ​ຂ່າວCRI,ໜັງສືພິມ​ຮາ​ອາ​ເລັສຂອງ​ອິສຣາ​ແອນ​ສະ​ບັບ​ວັນ​ທີ​7​ສິງ​ຫາ​ນີ້​ແຈ້ງ​ຂ່າວ​ວ່າ,​ທ່ານ​ເອຮຸດ ​ໂອນ​ເມີດ ນາຍົກລັດຖະມົນຕີອິສຣາ​ແອນ​ພວມ​ພິ​ຈາ​ລະ​ນາ​ໃຊ້​ວິ​ທີ​ແລກ​ປ່ຽນ​ດິນ​ແດນ​ເພື່ອ​ເຮັດ​ໃຫ້​ປາ​ເລັສຕິນ​ໄດ້​ຮັບ​ດິນ​ແດນ​ທີ່​ມີ​ເນື້ອ​ທີ່​ເທົ່າ​ກັບ​ດິນ​ແດນ​ທັງ​ໝົດ​ທີ່​ຖືກ​ຍຶດ​ຄອງ​ໃນ​ສົງ​ຄາມ​ຕາ​ເວັນ​ອອກ​ກາງ​ເມື່ອ​ປີ1967.​ແຕ່​ໃນ​ມື້​ດຽວ​ກັນ,​ລັດ​ຖະ​ບານ​ອິສ​ຣາ​ແອນ​ໄດ້​ປະ​ຕິ​ເສດ​ຂ່າວ​ດັ່ງ​ກ່າວ.

ໜັງສືພິມ​ຮາ​ອາ​ເລັສ​ແຈ້ງ​ຂ່າວ​ວ່າ,ອິສຣາ​ແອນ​ຈະ​ພິ​ຈາ​ລະ​ນາ​ມອບ​ດິນ​ແດນ​ອິສ​ຣາ​ແອນ​ສ່ວນ​ໜຶ່ງ​ໃຫ້​ປາ​ເລັສ​ຕິນ,​ເພື່ອ​ແລກ​ເອົາ​ທີ່​ຕັ້ງ​ຖິ່ນ​ຖານ​ຂະ​ໜາດ​ໃຫຍ່​ຫຼາຍ​ແຫ່ງ ຂອງ​ອິສ​ຣາ​ແອນ​ທີ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.​ອິສ​ຣາ​ແອນ​ຍັງ​ພວມ​ພິ​ຈາ​ລະ​ນາ​ແບ່ງ​ເອົາ​ບາງ​ເຂດ​ຕັ້ງ​ພູມ​ລຳ​ເນົາ​ຂອງ​ຊາວ​ອາ​ຣັບ​ທີ່​ຢູ່​ພາຍ​ໃນ​ປະ​ເທດ​ໃຫ້​ປາ​ເລັສ​ຕິນ.​ຂ່າວ​ແຈ້ງ​ວ່າ,​ເມື່ອ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ໃນ​ເດືອນ​ແລ້ວ​ນີ້​ແລ້ວ​ທ່ານ​ຊີ​ໂມນ​ເປ​ເລັສ ປະ​ທາ​ນາ​ທິ​ບໍ​ດີ​ອິສ​ຣາ​ແອນ​ໄດ້​ສະ​ເໜີ​ແຜນ​ການ​ດັ່ງ​ກ່າວ​ໃຫ້​ທ່ານ​ໂອນ​ເມີດ.

ວັນ​ທີ7​ສິງຫາ​ນີ້,ຫ້ອງ​ການ​ນາຍົກລັດຖະມົນຕີອິສຣາ​ແອນ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ,​ອິສ​ຣາ​ແອນ​ບໍ່​ໄດ້​ພິຈາລະນາ​ແຜນການ​ດັ່ງກ່າວ,​ແລະ​ກໍບໍ່​ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ໃດໆ​ກ່ຽວ​ກັບ​ແຜນ​ການ​ນີ້.