ຕາມຂ່າວສານຊິນຮວາ:ວັນທີ10ສິງຫານີ້,ຢູ່ກົວລາລຳເປີ,ທ່ານຊີເອັດ ຮາມິດ ອາວບາ ລັດຖະມົນຕີວ່າການກະຊວງການຕ່າງປະເທດມາເລເຊຍກ່າວວ່າ,ນັບແຕ່ອາຊຽນສ້າງຕັ້ງຂຶ້ນ40ປີມານີ້,ສະຖານະການການເມືອງແລະເສດຖະກິດຂອງໂລກໄດ້ເກີດການປ່ຽນແປງຫຼາຍ,ປະເທດຕ່າງໆຂອງອາຊຽນຄວນເພິ່ມທະວີການຮ່ວມມືກັນເພື່ອຮັບມືກັບສິ່ງທ້າທາຍ.
ທ່ານກ່າວວ່າ,ໃນບັນຫາຄວາມປອດໄພດ້ານພະລັງງານ,ປະເທດຕ່າງໆຂອງອາຊຽນຄວນໃຊ້ການກະທຳທີ່ເປັນເອກະພາບກັນຢ່າງວ່ອງໄວ,ວາງແຜນການພັດທະນາແບບຍືນຍົງ,ເພື່ອຮັບມືກັບບັນຫາຄວາມປອດໄພດ້ານພະລັງງານແລະສິ່ງແວດລ້ອມເຊື່ອມພິດ.ນອກນີ້,ໃນເວລາປາບປາມການຄ້າຂາຍຄົນຂ້າມຊາດ,ເຊິ່ງເປັນບັນຫາທີ່ຂົ່ມຂູ່ຢ່າງໜັກໜ່ວງຕໍ່ພາກພື້ນອາຊຽນນັ້ນ,ປະເທດຕ່າງໆຂອງອາຊຽນຕ້ອງຮ່ວມມືກັນຢ່າງໃກ້ຊິດ.
ທ່ານຊີເອັດກ່າວເນັ້ນວ່າ,ປະເທດຕ່າງໆຂອງອາຊຽນຈະພ້ອມກັນທຳຄວາມພະຍາຍາມເຮັດໃຫ້ອາຊຽນເຊື່ອມໂຍງເຂົ້າກັນ,ແລະເພິ່ມທະວີການຮ່ວມມືຕື່ມອີກໃນດ້ານຍົກເວັ້ນວິຊາໃຫ້ແກ່ກັນ,ສ້າງເຄືອຂ່າຍຄົມມະນາຄົມຂົນສົ່ງ,ຫຼຸດຕົ້ນທຶນການຄ້າໃຫ້ຕ່ຳລົງແລະສ້າງກົນໄກກະທົບໄວເພື່ອຮັບມືກັບໄພທຳມະຊາດຢູ່ພາຍໃນພາກພື້ນອາຊຽນ.
|