|
 |
(GMT+08:00)
2007-08-11 19:50:54
|
ຣັດເຊຍມອບຍົນລົບໃຫ້ມາເລເຊຍ
cri
Author: pjl
ຕາມຂ່າວສານຊີນຮວາ:ວັນທີ11ສິງຫານີ້,ສື່ມວນຊົນມາເລເຊຍແຈ້ງຂ່າວວ່າ,ຣັດເຊຍໄດ້ມອບຍົນລົບ"ໂຊວຽດ-30"6ລຳງວດທຳອິດທີ່ຝ່າຍມາເລເຊຍໄດ້ຈອງຊີ້ນັ້ນໃຫ້ທະຫານອາກາດມາເລເຊຍ.
ວັນທີ10ສິງຫານີ້,ໃນເວລາເຂົ້າຮ່ວມພິທີມອບຍົນລົບ,ທ່ານນາຈີບ ຖູນ ຣາຈາກ,ຮອງນາຍົກລັດຖະມົນຕີທັງເປັນນາຍົກລັດຖະມົນຕີວ່າການກະຊວງປ້ອງກັນປະເທດມາເລເຊຍກ່າວວ່າ,ມາເລເຊຍຊື້ຍົນລົບແບບໃໝ່ແມ່ນເພື່ອປ່ຽນໃໝ່ເຄື່ອງປະກອບຂອງທະຫານອາກາດ,ບໍ່ແມ່ນຍ້ອນວ່າຄວາມປອດໄພຂອງຊາດໄດ້ຖືກຂົ່ມຂູ່,ກໍບໍ່ແມ່ນເພື່ອເສີມສ້າງຄວາມສາມາດບຸກໂຈມຕີຫຼືພາໃຫ້ເກີດການຊ່ວງເສັງກຳລັງລົບໃນພາກພື້ນ.
ຕາມຂ່າວແຈ້ງວ່າ,ຍົນລົບ"ໂຊວຽດ-30"ງວດນີ້ຈະປະຕິບັດໜ້າທີ່ຢູ່ທະຫານອາກາດມາເລເຊຍຢ່າງເປັນທາງການໃນປີ2008.
|
|
|