ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-13 12:05:24    
ທ່ານມູຊາຫວັງໃຫ້​ສະ​ຫະ​ປະ​ຊາ​ຊາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ໃນ​ບັນ​ຫາ​ອີ​ຣັກ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 12 ສິງຫານີ້, ທ່ານອາມ ​ມູຊາ ​ເລຂາທິການ​​ໃຫຍ່​ສັນນິບາດ​ປະ​ເທດ​ອາ​ລັບ​​ໄດ້ອອກ​ຖະ​ແຫຼງການ, ຫວັງ​ໃຫ້​ສະຫະ​ປະຊາ​ຊາດ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ບັນຫາ​ອີຣັກ, ​ເພື່ອ​ຊ່ອຍ​ອີຣັກ​ບັນລຸ​ຄວາມ​ປອງ​ດອງກັນ​ຢູ່​ພາຍ​ໃນ.

ໃນ​ຖະ​ແຫຼງການຂອງທ່ານ​ມູຊາຂຽນ​ວ່າ, ສະຫະ​ປະຊາ​ຊາດ​ຊຸກ​ຍູ້​ໃຫ້​ອີຣັກບັນລຸ​ຄວາມ​ປອງ​ດອງ​ກັນ, ນີ້​ຈະ​ຊ່ອຍ​ອີຣັກພົ້ນ​ອອກ​ຈາກ​ການ​ຜິດ​ຖຽງ​ກັນລະຫວ່າງ​ນິກາຍ​ສາສະໜາ​ຕ່າງໆ​ແລະ​ການ​ປະ​ທະ​ກັນ​ຢູ່​ພາຍ​ໃນ. ພ້ອມ​ກັນນັ້ນ, ທ່ານ​ກ່າວ​ວ່າ, ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ເຮັດ​ໃຫ້​ຄົນ​ວິຕົກ​ກັງວົນຫຼາຍ, ສິ່ງ​ສຳຄັນ​ກວ່າ​ໝູ່​ໃນປັດຈຸບັນ​ແມ່ນ​ຊ່ອຍ​ປະຊາຊົນ​ອີຣັກພົ້ນອອກ​ຈາກ​ຄວາມທຸກ​ຍາກ, ຫາກ​ບໍ່​ແມ່ນ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງກອງ​ທະຫານນາໆ​ຊາດ​ຢູ່​ອີຣັກ.

ທ່ານ​ມູຊາ​ກ່າວ​ວ່າ, ປະຊາ​ຄົມ​ໂລກ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ໃນ​ບັນຫາ​ບັນລຸ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ອີຣັກ, ສັນນິບາດ​ປະ​ເທດ​ອາ​ລັບ​ແລະ​ສະຫະ​ປະຊາ​ຊາດ​ຈະປະສານ​ສົມທົບ​ກັນຕໍ່​ໄປ​ກ່ຽວ​ກັບ​ອະນາຄົດ​ຂອງ​ອີຣັກ.

ວັນ​ທີ 10 ສິງຫາ​ນີ້, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຜ່ານ​ມະຕິ​ເລກທີ 1770, ຕົກລົງ​ເປີດ​ກວ້າງ​ຂອບ​ເຂດ​​ສິດ​ທີ່​ມອບໃຫ້​ຄະນະ​ຊ່ອຍ​ເຫຼືອອີຣັກຂອງ​ສະຫະ​ປະຊາ​ຊາດ, ​​ເພື່ອ​ໃຫ້​ສະຫະ​ປະຊາ​ຊາດ​ສາມາດ​ເຂົ້າຮ່ວມ​ການ​ສ້າງສາ​ອີຣັກຫຼັງສົງຄາມ​ນັ້ນຄືນ​ໃໝ່ຫຼາຍກວ່າ. ຫາງ​ສຽງ​ເຫັນ​ວ່າ, ການຜ່ານ​ມະຕິດັ່ງກ່າວ​ໄດ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຫຼັກໝັ້ນຂອງ​ສະຫະ​ປະຊາ​ຊາດ​ໃນຫຼາຍປີ​ມາ​ນີ້​ຄື​ຮັກສາ​ສະພາບ​ປັດຈຸບັນ​​ແລະ​ຍຶດໝັ້ນບໍ່​ເປີດ​ກວ້າງ​ການ​ເຂົ້າຮ່ວມ​ການ​ສ້າງສາ​ຄືນ​ໃໝ່​ຂອງ​ອີຣັກ​ນັ້ນ​ເລີ່​ມໂຍະຍານ​ລົງ.