ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-14 18:57:38    
ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກດຳ​ເນີນ​ການ​ກວາດ​ລ້າງຢ່າງ​ຂະໜາດ​ໃຫຍ່​ຮອບ​ໃໝ່

cri Author: da
ຕາມ​ຂ່າວCRI: ວັນ​ທີ14ສິງຫາ​ນີ້ ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ເລີ່​ມດຳ​ເນີນ​ການ​ກວາດ​ລ້າງຢ່າງ​ຂະໜາດ​ໃຫຍ່​ຮອບ​ໃໝ່ຢູ່​ແຂວງ​ດີ​ຢາ​ລາ ພາກ​ຕາ​ເວັນ​ອອກ​ອີຣັກ,​ເພື່ອ​ໂຈມ​ຕີ​ພວກ​ປະກອບ​ອາວຸດ​ຂອງ​ອົງການ​ອານ​ເຄດາທີ່​ລີ້​ຊ່ອນ​ຢູ່​ເຂດ​ດັ່ງກ່າວ.

ມື້​ດຽວກັນ ກອງທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້ອອກ​ຖະ​ແຫຼ​ງການ​ວ່າ,ຕອນ​ຂ້ອນ​ແຈ້ງວັນ​ທີ14​ເດືອນ​ນີ້​ ​ກອງທະຫານ​ອາ​ເມ​ລິ​ກາ​ແລະ​ກອງທະຫານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ໄດ້​ແຕ່ງ​ທະຫານ1 ໝື່ນ6ພັນ​ຄົນດຳ​ເນີນ​ການ​ກວາດ​ລ້າງຢ່າງ​ຂະໜາດ​ໃຫຍ່​ຮອບ​ໃໝ່ຢູ່​ແຂວງ​ດີ​ຢາ​ລາ​ທີ່​ອົງການ​ອານ​​ເຄດາ​ເຄື່ອນ​ໄຫວຢູ່​​ເລື້ອຍໆ.

ນາຍ​ຜູ່​ບັນຊາ​ການຜູ່​ໜຶ່ງຂອງ​ກອງທະຫານ​ອາ​ເມ​ລິ​ກາກ່າວ​ວ່າ,ການ​ກວາດ​ລ້າງ​ຂອງ​ທະຫານ​ອາ​ເມ​ລິ​ກາ​ໃນ​ເດືອນມິຖຸນາແລະ​ເດືອນກໍລະກົດປີ​ນີ້​ໄດ້​ຕັດຂາດ​ການຕິດ​ຕໍ່​ພົວພັນຂອງພວກ​ປະກອບ​ອາວຸດ​ອົງການ​ອານ​​ເຄດາຢູ່​ໃນ​ເຂດ​ນີ້,​ແຕ່ວ່າ​ປະຈຸ​ບັນ ພວກ​ເຂົາ​ຍັງ​ລີ້​ຊ່ອນ​ຢູ່​ໃນ​ເຂດ​ນີ້ຢູ່.​ເທື່ອ​ນີ້ ກອງທະຫານ​ອາ​ເມ​ລິ​ກາແລະ​ກອງທະຫານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ອີຣັກຈະມ້າງບ່ອນລີ້​ຊ່ອນເຫຼົ່າ​ນີ້ຂອງ​ພວກ​ປະກອບ​ອາວຸດອົງການ​ອານ​​ເຄດາ​.