ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-16 10:23:01    
ກຸ່ມ​ໄທ​ຮັກ​ໄທ​ຈັດ​ການໂຮມ​ຊຸມ​ນຸມ​ຂວ້ຳ​ບາດ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່

cri

ຕາມ​ຂ່າວສານ​ຊິນຮວາ:ຕອນ​ຄ່ຳ​ວັນ​ທີ15​ສິງຫາ​ນີ້,ກຸ່ມ​ໄທ​ຮັກ​ໄທ ​ເຊິ່ງ​ປະກອບ​ດ້ວຍ​ກຳລັງທີ່​ເຕົ້າ​ໂຮມ​ກັນ​ໃໝ່​ຂອງ​ພັກ​ໄທ​ຮັກ​ໄທ ອະດີດພັກກຳ​ອຳນາດຂອງ​ໄທ​ໄດ້​ຈັດ​ການໂຮມ​ຊຸມນຸມຢ່າງ​ຂະໜາ​ດ​ໃຫຍ່​ຢູ່​ໃຈກາງ​ນະຄອນບາງ​ກອກ,ຮຽກຮ້ອງ​ໃຫ້​ຂວ້ຳ​ບາດ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່.

ມື້​ດຽວ​ກັນ,ທ່ານ​ຈາຕຸຣົນ ສາຍ​ແສງ ຜູ່​ນຳ​ກຸ່ມ​ໄທ​ຮັກ​​ໄທ​ແລະສະມາຊິກ​ສະພາ​ຜູ້​ແທນ​ລາຊະ​ດອນຂອງ​ພັກ​ໄທ​ຮັກ​ໄທ​50ຄົນໄດ້​ເຂົ້າ​ຮ່ວມ​ການໂຮມ​ຊຸມນຸມ​ດັ່ງ​ກ່າວ.ມີ​ປະມານ1​ໝື່ນ​ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ຂອງ​ມື້​ດຽວ​ກັນ.

ນີ້​ແມ່ນ​ການໂຮມ​ຊຸມນຸມ​ເທື່ອ​ທຳ​ອິດ​ທີ່​ກຸ່ມ​ໄທ​ຮັກ​ໄທ​ຈັດ​ຂຶ້ນ,ນັບ​ແຕ່​ພັກ​ໄທ​ຮັກ​ໄທ​ທີ່​ທ່ານ ​ທັກສິນ ຊີ​ນນະ​ວັດ ອະດີດ​ນາຍົກລັດ​ຖະມົນຕີ​ໄທສ້າງ​ຕັ້ງ​ຂຶ້ນ​ຖືກ​ຍຸບໃນ​ທ້າຍ​ເດືອນ​ພຶດສະພາ​ປີ​ນີ້​ເປັນ​ຕົ້ນ​ມາ.