ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-16 10:32:48    
ຜູ່​ເສຍ​ຊີ​ວິດ​ໃນ​ເຫດ​ການ​ລະ​ເບີດ​ດ້ວຍ​ລົດ​ຍົນ​ຢູ່​ພາກ​ເໜືອ​ອີຣັກ​ໄດ້​​ເພິ່ມ​ຂຶ້ນ​ຮອດ250​ຄົນ

cri

ຕາມ​ຂ່າວCRI:ວັນ​ທີ15​ສິງຫາ​ນີ້,ທ່ານ​ຊາ​ຢາ ອົດ​ມານ ຜູ່​ຮັບຜິດ​ຊອບພາກສ່ວນ​ສາທາລະນະ​ສຸກ​ເຂດ​ປົກຄອງຕົນ​ເອງ​ຂອງ​ຊາວເຄີ​ດອີຣັກກ່າວ​ວ່າ,​ເຫດການລະ​​ເບີດ​ລົດຍົນ​​ແບບ​ສະຫຼະ​ຊີ​ບຕໍ່​ເນື່ອງ​ກັນທີ່​ເກີດ​ຂຶ້ນ​ຢູ່​ພາກ​ເໜືອ​ອີຣັກ​ໃນ​ຕອນ​ຄ່ຳ​ວັນ​ທີ14​ສິງຫາ​ນັ້ນ​ໄດ້​ເຮັດ​ໃຫ້250​ເສຍ​ຊີວິດ,350ຄົນ​ບາດ​ເຈັບ.ນີ້​ແມ່ນ​ເຫດການ​ຫຼອນ​ໂຈມ​ຕີ​ທີ່​ມີ​ຄົນ​ບາດ​​ເຈັບ​ແລະ​​ເສຍ​ຊີວິດຫຼາຍ​ກວ່າ​ໝູ່ ນັບ​ແຕ່​​ເກີດສົງຄາມ​ອີຣັກ​ໃນ​ປີ2003​ເປັນ​ຕົ້ນ​ມາ.

ມື້​ດຽວ​ກັນ,ທ່ານ​ຈາ​ລານ ຕາລາ​ບາ​ນີ ປະທານາ​ທິບໍດີ​ອີຣັກ,ທ່ານ​ນູຣີ ອານ-​ມາ​ລີ​ກີ ນາຍົກລັດຖະມົນຕີອີຣັກ​​ໄດ້​ອອກ​ຖະ​ແຫຼ​ງການ​ກ່າວ​ປະນາມ​ຢ່າງ​​ຮຸນ​ແຮງຕໍ່​ເຫດການ​ຫຼອນ​ໂຈມ​ຕີ​ດັ່ງກ່າວ.ສຳນັກງານປະທານາທິບໍດີ​ໄດ້ອອກ​ຖະ​ແຫຼ​ງການ​ຮຽກຮ້ອງ​​ໃຫ້​ປະຊາຊົນ​ອີຣັກຈົ່ງສາມັກຄີ​ກັນ,ຄັດຄ້ານກົນອຸບາຍ​ທີ່​ເຮັດ​ໃຫ້​ອີຣັກ​ແບ່ງ​ແຍກ​ແລະປັ່ນ​ປ່ວນ.

ມື້​ດຽວ​ກັນ,ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກໍ່​ໄດ້​ອອກ​ຖະ​ແຫຼ​ງການ​ສະ​ແດງ​ຄວາມຕື່ນ​ຕົກ​ໃຈ​ແລະ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ທີ່​ສຸດ​ກ່ຽວ​ກັບ​ເຫດການ​ລະ​ເບີດ​ຕໍ່​ເນື່ອງ​ກັນ.