ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-17 19:44:23    
ສີ່​ພັກ​ການ​ເມືອງ​ອີ​ຣັກ​ເຊັນ​ສັນຍາ​ສ້າງ​ຕັ້ງ​ສະ​ຫະ​ພັນ​ພັກ​​ການ​ເມືອງ​ໃໝ່

cri

ຕາມ​ຂ່າວCRI:ວັນ​ທີ16​ສິງຫາ​ນີ້,ພັກ​ປະຊາທິ​ປະ​ໄຕ​ເຄີດອີຣັກ,ສະຫະພັນຮັກຊາດ​ເຄີ​ດ,ຄະນະ​ກຳມະການ​ສູງ​ສຸດ​ອິສຣາມ​ແລະ​ພັກ​ດາ​ວາ​ຂອງ​ນິກາຍ​ຊີ​ອະໄດ້​ເຊັນ​ສັນຍາ,ສ້າງ​ຕັ້ງ​ສະຫະພັນ​ພັກ​ການ​​ເມືອງ​ໃໝ່.

ມື້​ດຽວ​ກັນ,ທ່ານ​ຈາ​ລາ ດາລາ​ບາ​ນີ ປະທານາທິບໍດີ​ອີຣັກ,ຜູ່​ນຳສະຫະພັນຮັກ​ຊາດ​ເຄີ​ດ,ທ່ານ​ມາ​ຊຸດ ບາ​ຊາ​ນີຜູ່​ນຳພັກ​ປະຊາທິປະ​ໄຕ​ເຄີ​ດອີຣັກ,ທ່າ​ນອະດີ ອັບ​ດູ-​ເມ​ດີຮອງ​ປະທານາທິບໍດີ​ອີຣັກ,ຜູ່​ນຳ​ຄະນະ​ກຳມະການ​ສູງ​ສຸດ​ອິສຣາມ​ ​ແລະ ທ່ານ​ໂນ​ຣີອານ-​ມາລີ​ກີ ນາຍົກລັດຖະມົນຕີອີຣັກ,ຜູ່​ນຳ​ພັກ​ດາ​ວາ​ໄດ້​ພ້ອມ​ກັນຈັດ​ກອງ​ປະຊຸມ​ຂ່າວ,ປະກາດ​ສີ່​ພັກ​ການ​ເມືອງ​ຂອງ​ຊາວ​ເຄີ​ດ​ແລະ​ນິກາຍ​ຊີ​ອະ​ໄດ້​ເຊັນ​ສັນຍາ,ສ້າງຕັ້ງ​ສະຫະພັນ​ພັກ​ການ​ເມືອງ​ໃໝ່.​ແຕ່​​ແນວ​ໂຮມຄວາມ​ຮັບ​ຮູ້​ຄືກັນ​​ແຫ່ງ​ອີຣັກ"​ເຊິ່ງ​ເປັນສະຫະພັນ​ພັກ​ການ​ເມືອງ​ນິກາຍຊູ​ນີ​ໃຫຍ່​ກວ່າ​ໝູ່​ຂອງ​ອີຣັກປະຕິ​​ເສດ​ບໍ່ເຂົ້າ​ຮ່ວມ​ສະຫະພັນ​ພັກ​ການ​ເມືອງ​ໃໝ່​ດັ່ງກ່າວ.