ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-17 20:18:25    
ເຈົ້າຊີວິດ​ໄທ​ເຊັນ​ພະ​ລາຊະ​​ໂອງການ​ເພື່ອ​ອະນຸມັດ​ຍຸບ​ຄຳ​ສັ່ງ​ຫ້າມພັກ​ການ​ເມືອງຈັດການ​ເຄື່ອນ​ໄຫວ

cri Author: da
ຕາມ​ຂ່າວCRI: ວັນ​ທີ17ສິງຫາ​ນີ້ ຢູ່​ບາງກອກ ​ໂຄສົກ​ທຳນຽບນາຍົກລັດຖະມົນຕີ​ໄທ​ເຜີຍ​ໃຫ້​ຮູ້​ວ່າ,ທ່ານ​ສົມ​ເດັດ​ພູມີພົມ ອາດຸນ​ຍະ​ເດດ ເຈົ້າຊີວິດໄທໄດ້ເຊັນ​ພະ​ລາຊະ​ໂອງການເພື່ອ​ອະນຸມັດ​ຍຸບ​ຄຳ​ສັ່ງ​ຫ້າມພັກ​ການ​ເມືອງຈັດກອງ​ປະຊຸມ​ຫຼືການ​ເຄື່ອນ​ໄຫວ​ທາງ​ການ​ເມືອງ​ອື່ນໆ.

​ໂຄສົກ​ຜູ່​ນີ້​ກ່າວ​ວ່າ,ພ້ອມ​ກັນນັ້ນ ​ເຈົ້າຊີວິດຍັງຊົງ​ອະນຸມັດ​ດຳລັດ​ສະບັບ​ດັດ​ແກ້​ຂອງ​ກົດໝາຍພັກ​ການ​ເມືອງ​ປີ1998.ສ່ວນ​ດຳ​ລັດ​ສະບັບ​ໃໝ່​ຈະ​ເລີ່​ມບັງ​ເກີດ​ຜົນ​ແຕ່​ວັນ​ທີ18ສິງຫາ​ນີ້​ເປັນຕົ້ນ​ໄປ.

ນັບ​ແຕ່​ໄທ​ເກີດ​ລັດຖະປະຫານ​ໃນ​ວັນ​ທີ19ກັນຍາ​ປີ​ກາຍ​​ເປັນຕົ້ນມາ,​ເນື່ອງ​ຈາກ​ພິຈາລະນາ​ເຖິງ​ສະຖຽນ​ລະ​ພາບແຫ່ງ​ຊາດ,ພັກ​ການ​ເມືອງ​ໄດ້ຖືກ​ຫ້າມ​ບໍ່​ໃຫ້​ຈັດການ​ເຄື່ອນ​ໄຫວ​ການ​ເມືອງ​ທີ່​ກ່ຽວຂ້ອງ​ໂດຍ​ຕະຫຼອດ.ຄຽງ​ຄູ່​ກັບດຳ​ລັດ​ສອງ​ສະບັບ​ດັ່ງກ່າວບັງ​ເກີດ​ຜົນ​ຢ່າງ​ເປັນ​ທາງ​ການ​ແລະ​ກຽມ​ການ​ເລືອກ​ຕັ້ງຄັ້ງ​ໃໝ່​ທີ່​ກຳນົດ​ຈະ​ຈັດ​ຂຶ້ນ​ກ່ອນ​ທ້າຍ​ປີ​ນີ້,ຄາດ​ວ່າ ຢູ່​ໄທ​ຈະ​ປະກົດ​ມີ​ພັກ​ການ​ເມືອງ​​ໃໝ່​ຈຳນວນ​ໜຶ່ງ.