|
 |
(GMT+08:00)
2007-08-18 18:31:39
|
 |
ປະມຸກລັດຈີນຣັດເຊຍຕັ້ງໜ້າຕີລາຄາການຊ້ອມລົບຮ່ວມຕ້ານການກໍ່ການຮ້າຍຂອງອົງການຮ່ວມມືຊຽງໄຮ້
cri
Author: da
ຕາມຂ່າວCRI: ວັນທີ17ສິງຫານີ້ ປະມຸກລັດຂອງປະເທດສະມາຊິກທັງໝົດຂອງອົງການຮ່ວມມືຊຽງໄຮ້ໄດ້ໄປຊົມການຊ້ອມລົບຮ່ວມຕ້ານການກໍ່ການຮ້າຍທີ່ຈັດຂຶ້ນຢູ່ເຊລີຢາບິນສຄ໌ ຂອງຣັດເຊຍ.ຫຼັງຈາກການຊ້ອມລົບສິ້ນສຸດລົງແລ້ວ ທ່ານຫູຈີນທາວ ປະທານປະເທດຈີນໄດ້ພົບປະກັບທ່ານວຼາດີເມຍ ປູຕີນ ປະທານາທິບໍດີຣັດເຊຍ.
ໃນເວລາພົບປະ,ທ່ານຫູຈິນທາວກ່າວວ່າ:ການຊ້ອມລົບເທື່ອນີ້ໄດ້ຮັບຜົນສຳເລັດອັນເຕັມເມັດເຕັມໜ່ວຍ,ບໍ່ພຽງແຕ່ໄດ້ຍົກສູງຄວາມສາມາດພ້ອມກັນຕ້ານການກໍ່ການຮ້າຍຂອງປະເທດສະມາຊິກອົງການຮ່ວມມືຊຽງໄຮ້ທໍ່ນັ້ນ,ຫາກຍັງໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈແລະຄວາມຕັ້ງໃຈຂອງປະເທດສະມາຊິກຕ່າງໆທີ່ເດັດດ່ຽວຕໍ່ຕ້ານລັດທິກໍ່ການຮ້າຍອີກດ້ວຍ,ເຊື່ອວ່າ ການຊ້ອມລົບເທື່ອນີ້ຈະອອກແຮງຊຸກຍູ້ໃຫ້ອົງການຮ່ວມມືຊຽງໄຮ້ເສີມຂະຫຍາຍບົດບາດໃຫຍ່ກວ່າເກົ່າໃນດ້ານປ້ອງກັນຄວາມໝັ້ນຄົງຂອງພາກພື້ນ.
ທ່ານປູຕີນເວົ້າວ່າ,ການຊ້ອມລົບເທື່ອນີ້ໄດ້ສ່ອງແສງໃຫ້ເຫັນລະດັບສູງຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຣັດເຊຍກັບຈີນ,ມີຄວາມໝາຍສຳຄັນຕໍ່ການຮັກສາຄວາມໝັ້ນຄົງແລະສະຖຽນລະພາບຂອງພາກພື້ນ,ເປັນຂີດໝາຍສະແດງໃຫ້ເຫັນວ່າ ການຮ່ວມມືດ້ານຄວາໝັ້ນຄົງພາຍໃນຂອບອົງການຮ່ວມມືຊຽງໄຮ້ໄດ້ກ້າວຂຶ້ນສູ່ລະດັບໃໝ່.
|
|
|