ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 27th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-19 20:38:26    
ໄທ​ຈັດ​ການ​ອອກ​ສຽງ​ປະ​ຊາ​ມະ​ຕິ​ຮ່າງ​ລັດ​ຖະ​ທຳ​ມະນູນ​ສະ​ບັບ​ໃໝ່

cri
ຕາມ​ຂ່າວCRI,ວັນ​ທີ19​ສິງຫາ​ນີ້,​ໄທ​ໄດ້​ຈັດ​ການ​ອອກ​ສຽງ​ປະຊາ​ມະ​ຕິ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່,​ນີ້​ແມ່ນ​ເທື່ອ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຂອງ​ໄທ​ທີ່​ຈັດ​ການ​ອອກ​ສຽງ​ປະຊາ​ມະຕິ​ຮ່າງ​ລັດ​ຖະ​ທຳ​ມະນູນ.

ເລີ່​ມ​ແຕ່​ເວລາ8​ໂມງ​ເຊົ້າ​ວັນ​ທີ19​ສິງຫາ​ນີ້​ເປັນ​ຕົ້ນ​ມາ,ສະຖານ​ທີ່​ປ່ອນ​ບັດ8​ໝື່ນ​8​ພັນ​ກວ່າ​ແຫ່ງ​ທີ່​ແຈກ​ຢາຍ​ຢູ່​ໃນ​ແຫ່ງ​ຕ່າງໆ​ຂອງ​ໄທ​ໄດ້​ພ້ອມ​ກັນ​ເປີດ​ປະຕູ​ຕໍ່​ປະ​ຊາຊົນ​ຜູ່​ມີ​ສິດ​ເລືອກ​ຕັ້ງ​ປະມານ45​ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ,​ໃຫ້​ເຂົາ​ເຈົ້າ​ຄັດ​ເລືອກວ່າ​ຈະ​ຮັບ​ເອົາ​ຫຼື​ບໍ່​ຮັບ​ເອົາ​ຮ່າງ​ລັດ​ຖະ​ທຳ​ມະນູນ​ສະ​ບັບ​ໃໝ່.​ອີງ​ຕາມ​ລະບຽບ​ການ​ຂອງ​ຄະນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ຂອງ​ໄທ,ຈະ​ສະ​ເຫຼີ​ຍໝາກຜົນ​ເບື້ອງ​ຕົ້ນ​ຂອງການ​ອອກສຽງ​ປະຊາ​ມະຕິ​ເທື່ອ​ນີ້​ ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ.

ຂ່າວ​ແຈ້ງວ່າ,ຖ້າວ່າ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ໄດ້​ຮັບ​ການ​ຮັບ​ຮອງ​ໃນ​ການ​ອອກ​ສຽງ​ປະ​ຊາ​ມະຕິ​,ມັນ​ກໍ​ຈະ​ກາຍ​ເປັນ​ລັດ​ຖະ​ທຳ​ມະນູນ​ສະ​ບັນ​ທີ18​ໃນ​ປະຫວັດສາດ​ຂອງ​ໄທ,​ແລະ​ຈະ​ແຜ້ວ​ທາງ​ໃຫ້​ແກ່​ການ​ເຄືອ​ກຕັ້ງ​ທົ່ວ​ໄປ​ແລະ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ທີ່​ປະ​ຊາ​ຊົນ​ເລືອກ​ຕັ້ງ​ອອກ​ທີ່​ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ​ນີ້.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040