ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-19 20:41:36    
ຜູ່​ນຳ​ພັກ​ຝ່າຍ​ຕ່າງໆ​ຂອງ​ອີ​ຣັກ​ປຶກ​ສາ​ຫາ​ລື​ກັນ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ການ​ເມືອງ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ19​ສິງຫາ​ນີ້,​ເຈົ້າ​ໜ້າ​ທີ່​ຜູ່​ໜຶ່ງ​ຂອງ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ອີຣັກກ່າວ​ວ່າ,​ວັນ​ທີ18ສິງຫາ​ນີ້,ຜູ່​ນຳ​ພັກ​ຝ່າຍ​ການ​ເມືອງ​ຕ່າງໆ​ຂອງ​ອີຣັກ​ໄດ້​ຈັດ​ການ​ເຈ​ລະ​ຈາ​ກັນ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ການ​ເມືອງ​ຂອງ​ລັດຖະບານ​ໃນ​ປັດຈຸບັນ​ແລະ​ຊຸກ​ຍູ້​ຂະ​ບວນ​ການ​ປອງ​ດອງ​ຊາດ.

ເຈົ້າ​ໜ້າ​ທີ່​ຜູ່​ນີ້​ໄດ້​ຢືນຢັນ​ຕໍ່​ສື່​ມວນ​ຊົນ​ວ່າ,ວັນ​ທີ18​ສິງຫາ​ນີ້,ທ່ານ​ນູຣີ ອານ ມາລີ​ກີ ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ​ຈາ​ລານ ທາລາ​ບາ​ນີ ປະທານາທິບໍດີ ທ່ານທາ​ຣິກ ອານ ຮາ​ຊີ​ມີ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ສັງ​ກັດ​ຝ່າຍ​ຊຸ່ນນີ ທ່ານ ອາ​ເດ​ນ ອັບ​ດູນ ມາ​ຮາ​ດີ ຮອງ​ປະ​ທາ​ນາທິ​ບໍດີ​ທີ່​ສັງ​ກັດ​ຝ່າຍ​ຊີ່​ອະ​ແລະ​ທ່ານ​ມາ​ຊູດ ບາຣ໌ ຈາ​ນີ ຜູ່​ນຳ​ເຂດ​ປົກ​ຄອງ​ຕົນ​ເອງ​ເຄີ​ດພາກ​ເໜືອ​ອີ​ຣັກ​ໄດ້​ເຈ​ລະ​ຈາ​ກັນ​ປະ​ມານ90​ນາທີ.ຜູ່​ນຳ5​ທ່ານ​ຈະ​ເຈລະຈາ​ກັນ​ຕໍ່​ໄປ​ໃນ​ວັນ​ທີ19​ສິງຫາ​ນີ້.

ເຈົ້າ​ໜ້າ​ທີ່​ຜູ່​ນີ້​ກ່າວ​ວ່າ,ການ​ເຈລະຈາ​ເທື່ອ​ນີ້​ແມ່ນ​ກອງ​ປະຊຸມ​ກະກຽມ​ເພື່ອ​ກອງ​ປະຊຸມ​ສຸດ​ຍອດ​ອີຣັກທີ່ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້,ຕົ້ນຕໍ​ຫາລື​ສະພາບ​ການຄືບ​ໜ້າ​ຂອງ​ວຽກ​ງານ​ກະກຽມ​ກອງ​ປະຊຸມ​ສຸດ​ຍອດ.