ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-20 11:49:35    
ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່​ຂອງ​ໄທ​ໄດ້​ຮັບ​ການ​ຮັບ​ຮອງ​ໃນ​ການ​ຢັ່ງ​ປະ​ຊາ​ມະ​ຕິ

cri
ຕາມ​ຂ່າວCRI,​ໃນ​ການ​ຢັ່ງປະຊາ​ມະຕິ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ19​ສິງຫາ​ນີ້,​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່​ໄດ້​ຮັບ​ການ​ຮັບຮອງດ້ວຍ​ອັດຕາ​ສະໜັບ​ສະ​ໜູນ​ປະ​ມານ​58%.

ຕອນ​ຄ່ຳ​ວັນ​ທີ19​ສິງຫາ​ນີ້,ຄະນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ຂອງ​ໄທ​ໄດ້​ແຈ້ງ​ຜົນ​ການ​ນັບ​ບັດ​ບໍ່​ເປັນ​ທາງ​ການ​ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ,​ໃນ​ຈຳ​ນວນ​ປະ​ຊາ​ຊົນ​ຜູ່​ມີ​ສິດ​ປ່ອນ​ບັດ​ປະ​ມານ​45ລ້ານ​ຄົນ​ທີ່​ເຂົ້າຮ່ວມການອອກສຽງປະຊາມະຕິ,​ຜູ່​ໄປ​ປ່ອນບັດ​ມີປະມານ​55%,​ໃນນັ້ນ,​ມີ​58,34%​ໄດ້​ເລືອກ​ເອົາ"ການຮັບ​ເອົາ​"ຮ່າງ​ລັດຖະທຳ​ມະ​ນູນ​ສະ​ບັບ​ໃໝ່,​41,66%​ບໍ່​ເຫັນ​ດີ.

ເມື່ອຮ່າງລັດຖະທຳມະນູນສະບັບໃໝ່ໄດ້ຮັບການຮັບຮອງແລ້ວ​ຈະ​ປູ​ທາງ​ໄປ​ສູ່​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຮອບ​ໃໝ່​ຂອງ​ໄທ​ທີ່​ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ​ນີ້.