|
 |
(GMT+08:00)
2007-08-23 16:28:41
|
 |
ຈັດກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ25
cri
Author: da
ຕາມຂ່າວCRI: ກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ25ໄດ້ຈັດຂຶ້ນຢູ່ສິງກະໂປໃນວັນທີ23ສິງຫານີ້.ກອງປະຊຸມຄັ້ງນີ້ຕົ້ນຕໍຈະຫາລືບັນຫາຄວາມປອດໄພທາງພະລັງງານ.
ໃນເວລາກ່າວໄຂກອງປະຊຸມ ທ່ານຈາຢາຄູມາ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມປອດໄພແລະວາງແຜນຂອງສິງກະໂປກ່າວວ່າ,ປະເທດອາຊຽນຈະໃຊ້ມາດຕະການຕ່າງໆເພື່ອແກ້ໄຂບັນຫາຄວາມປອດໄພທາງພະລັງງານ.ທ່ານກ່າວວ່າ,ກ່ອນອື່ນ,ຕ້ອງຊົມໃຊ້ພະລັງງານຢ່າງບັງເກີດຜົນ,ເພື່ອຫຼຸດການອາໄສພະລັງງານນຳເຂົ້າໃຫ້ໜ້ອຍລົງ,ຍົກສູງຄວາມປອດໄພທາງພະລັງງານ,ພ້ອມກັນນັ້ນຫຼຸດການລະບາຍອາຍພິດເຮືອນແກ້ວ; ພັດທະນາຕະຫຼາດພະລັງງານພາກພື້ນທີ່ມີກຳລັງແຂ່ງຂັນກັນ; ເພີ່ມທະວີການລົງທຶນເຂົ້າໃນການຄົ້ນຄວ້າແລະພັດນະນາພະລັງງານ; ແລະເດີນຕາມແນວທາງສ້າງສິ່ງແວດລ້ອມໃຫ້ສະອາດ.
ເພື່ອຈັດຕັ້ງປະຕິບັດມາດຕະການດັ່ງກ່າວໃຫ້ໄດ້ດີກວ່າເກົ່າ,ມື້ດຽວກັນ ອາຊຽນໄດ້ລົງນາມໃນ"ບົດບັນທຶກຄວາມເຂົ້າໃຈເຄືອຂ່າຍພະລັງງານອາຊຽນ".
|
|
|