ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 27th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-24 17:46:01    
ລັດ​ຖະ​ສະ​ພາປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າ​ກັນ

cri Author: da
ຕາມ​ຂ່າວCRI: ວັນ​ທີ23ສິງຫາ​ນີ້ ຜູ່​ແທນລັດຖະ​ສະພາ​ປະ​ເທ​ດຕ່າງໆ​ຂອງອາ​ຊຽນທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສະຫະພັນລັດຖະ​ສະພາ​ອາ​ຊຽນຄັ້ງທີ28ຢູ່​ກົວ​ລາ​ລຳ​ເປີ​ຂອງ​ມາ​ເລ​ເຊຍ​ໄດ້​ເປັນ​ເອກະສັນ​ກັນ​ກ່າວ​ວ່າ,ລັດຖະສະພາ​ຂອງ​​ປະ​ເທດຕ່າງໆ​ໃນ​ອາ​ຊຽນສະໜັບສະໜູ​ນ​ເປົ້າໝາຍທີ່ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າກັນ​ໃນ​ປີ2015,​ແລະ​ຈະ​ທຳ​ຄວາມ​ພະຍາຍາມ​ເພື່ອ​ເລື່ອງ​ນີ້.

ມື້​ດຽວ​ກັນ ​ໃນ​ເວລາ​ອັດ​ປະຊຸມ ທ່ານຣາມິ​ວ ​ເອີນ​ກາ​ຮ໌ ທາ​ລິບ ປະທານ​ກອງ​ປະຊຸ​ມຄັ້ງນີ້ ປະທານ​ສະພາ​ຕ່ຳ​ມາ​ເລ​ເຍ​ໄດ້​ກ່າວຄຳ​ປາ​ໄສ​ວ່າ,ລັດຖະສະພາປະ​ເທດຕ່າງໆ​ຂອງ​ອາ​ຊຽນຈະ​ທຳ​ຄວາມ​ພະຍາຍາມ​ໃນ​ດ້ານ​ປະສານ​ງານ​ແລະສ້າງ​ກົດໝາຍທີ່​ເປັນ​ເອກະ​ພາບກັນຂອງ​ອາ​ຊຽນ.ທ່ານ​ກ່າວ​ວ່າ,ກອງ​ປະຊຸມ​ຍັງ​ຫວັງຢາກ​ສ້າງຕັ້ງສະພາ​ອາ​ຊຽນທີ່​ເປັນ​ເອກະ​ພາບກັນ​ບົນ​ພື້ນຖານ​ກອງ​ປະຊຸມ​ສະຫະພັນລັດຖະ​ສະພາ​ອາ​ຊຽນ.

ມື້​ດຽວ​ກັນ ​ໃນ​ເວລາອັດ​ປະຊຸມຍັງ​ໄດ້​ອອກຖະ​ແຫຼ​ງການ​ຮ່ວມ ​ເຊິ່ງຕົກລົງ​ສ້າງຕັ້ງຄະນະກຳມະການ​ປະຈຳ​,​ເພື່ອປະສານງານດ້ານ​ນິຕິບັນຍັດ​ຂອງ​​ປະ​ເທດຕ່າງໆ​ໃນ​ອາ​ຊຽນ. ທີ່​ປະຊຸມ​ຍັງ​ໄດ້​ຕົກລົງ​ຈະ​ຄົ້ນຄວ້າບັນຫາ​ການ​ສ້າງ​ກອງ​ທຶນການ​ເງິນ​ອາ​ຊຽນ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040