ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-24 18:21:56    
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ຂອງ​ອາ​ຊຽນ​ຫາ​ລື​ມາດ​ຕະ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ສະ​ຫນອງ​ພະ​ລັງ​ງານ

cri
ຕາມ​ຂ່າວ cri: ວັນ​ທີ 23 ສິງຫາ​ນີ້ ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ພະ​ລັງ​ງານ​ຂອງ​ອາ​ຊຽນຄັ້ງທີ 25 ທີ່​ໄຂ​ຂຶ້ນ​ຢູ່​ສິງກະ​ໂປ​ໄດ້​ປິດ​ປະຊຸມ.ຫລັງ​ກອງ​ປະຊຸມ, ລັດຖະມົນຕີ​ຂອງ 10 ປະ​ເທດ​ອາ​ຊຽນ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ, ການ​ນຳ​ໃຊ້​ພະລັງງານ​ຢ່າງ​ບັງ​ເກີດ​ຜົນ, ຮັບປະ ກັນ​ຄວາມ​ປອດ​ໄພ​ແລະ​ຄວາມ​ຫມັ້ນຄົງ​ຂອງ​ການ​ສະຫນອງ​ພະລັງງານ​ແລະ​ຫັນ​ກົນ​ໄກ​ພະລັງ​ງານ​​​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນ​ແມ່ນ​ເງື່ອນ​ໄຂສຳຄັນ​ໃນ​ການສ້າງ​ປະຊາ​ຄົມເສດຖະກິດ​ອາ​ຊຽນ​ໃນ​ປີ 2015.

ລັດຖະມົນຕີ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ​ເຫັນ​ດີ​ຜ່ານຈາກ​ການ​ເປີດ​ກວ້າງ​ຕະຫລາດ​ເຕັກນິກ​ພະລັງງານ​ທີ່​ເກີດ​ໃຫມ່​​ໄດ້ແລະ​ຕະຫລາດ​ຜະລິດ​ຕະພັນ​ພະລັງງານທີ່​ນຳ​ໃຊ້​ຢ່າງບັງ​ເກີດ​ຜົນ, ມາ​ພັດທະນາ​ພະລັງງານ​ທີ່​​ເກີດ​ໃຫມ່ໄດ້​ຕື່ມ​ອີກ;ປະຕິບັດ​ການຈັດ​ວາງ​​ໃຫ້​ເປັນ​ລະບຽບການ,​ເພື່ອ​​ໃຫ້ການ​ສະຫນອງ​ພະລັງງານປອດ​ໄພ​ແລະ​ຫມັ້ນຄົງ​ກວ່າ​ເກົ່າ,ພ້ອມ​ກັນນັ້ນກໍ່​ເພີ່ມ​ທະວີ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ພະລັງງານ​ແລະ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ໃນ​ພາກ​ພື້ນ​ນີ້.

ລັດຖະມົນຕີ​ບັນດາ​ປະ​ເທດ​ອາຊຽນ​ໄດ້ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ອຍ​ຈຳ​ກ່ຽວ​ກັບ​ເຄືອ​ຂ່າຍ​ພະລັງງານ​ຂອງ​ອາ​ຊຽນ, ​ເພື່ອ​​ໃຫ້​ມີ​ການ​ປະສານ​ງານດີກ​ວ່າ​ເກົ່າ​ໃນ​ເວລາ​ປະຕິບັດ​ໂຄງການ​ຮ່ວມ​ມື​ດ້ານ​ພະລັງງານຢູ່​ໃນ​ພາກ​ພື້ນ.