ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-04 20:46:37    
ນິ​ກາຍ​ຊີ​ອະ​ແລະ​ນິ​ກາຍ​ຊຸນ​ນີ​ຂອງ​ອີ​ຣັກ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ຢູ່​ແຟນ​ລັງ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ3ກັນຍາ​ນີ້,​ການ​ເຈ​ລະ​ຈາ​ລະ​ຫວ່າງ​ນິ​ກາຍ​ຊີ​ອະ​ແລະ​ນິ​ກາຍ​ຊຸນ​ນີ​ຂອງ​ອີ​ຣັກ​ທີ່​ດຳ​ເນີນ ຢູ່​ແຟນ​ລັງ​ເປັນ​ເວ​ລາ​4​ມື້​ ໄດ້​ສິ້ນ​ສຸດ​ລົງ.​ສອງ​ຝ່າຍ​ໄດ້​ຮັບ​ຮອງ​ຂໍ້​ສະ​ເໜີ​ຕ່າງໆ​ແລະ​ຫາ​ລື​ຕົກ​ລົງ​ກັນ​ຈະ​ສືບ​ຕໍ່​ພົບ​ປະ​ເຈ​ລະ​ຈາ​ກັນ​ບົນ​ພື້ນ​ຖານ​ດັ່ງ​ກາວ​ເພື່ອ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ບັນ​ລຸ​ຄວາມ​ປອງ​ດອງ​ຊາດ.

ອີງ​ຕາມ​ປະ​ກາດ​ແຈ້ງ​ການ​ທີ່​ຫ້ອງ​ການ​ແກ້​ໄຂ​ວິ​ກິດ​ການ​ປະກາດ​ໃນ​ຕອນ​ຄ່ຳ​ວັນ​ທີ​3​ກັນ​ຍາ​ນີ້,​ໃນ​ການ​ເຈ​ລະ​ຈາ,​ນິ​ກາຍ​ຊີ​ອະ​ແລະ​ນິ​ກາຍ​ຊຸນ​ນີ​ຂອງ​ອີ​ຣັກ​ໄດ້​ວາງ​ຂໍ້​ສະ​ເໜີ​ຕ່າງໆ​ເຊິ່ງ​ລວມ​ທັງ​ການ​ໃຊ້ທຸກ​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເພື່ອ​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ໃຊ້​ຄວາມ​ຮຸນ​ແຮງ.

ໃຕ້​ການ​ເປັນ​ປະທານ​ຂອງຫ້ອງການ​ແກ້​ໄຂ​ວິ​ກິດ​ການ​ຂອງ​ອົງການ​ທີ່​ບໍ່​ແມ່ນ​ລັດ​ຖະ​ບານ​ທີ່​ນຳ​ໂດຍທ່ານ​ມາຣ​ຕີ ອາ​ຮາ​ຕີ​ຊາຣີ ອະດີດ​ປະ​ທາ​ນາ​ທິ​ບໍ​ດີ​ແຟນ​ລັງ,​ວັນ​ທີ​31​ສິງ​ຫາ​ແລ້ວ​ນີ້,​ຢູ່​ທີ່​ແຟນ​ລັງ,​ຜູ່​ແທນ​ຂອງ​ນິ​ກາຍ​ຊີ​ອະ​ແລະ​ນິ​ກາຍ​ຊຸນ​ນີ​ໄດ້​ຈັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ການ​ປະ​ທະ​ກັນ​ລະ​ຫວ່າງ​ນິ​ກາຍ​ສາ​ສະ​ໜາ​ຂອງ​ອີ​ຣັກ​ໃນ​ປັດ​ຈຸ​ບັນ​ນັ້ນ​ແນວ​ໃດ?