ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-15 17:50:04    
ການ​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍຂອງ​ສປປ​ເກົາຫຼີ​ຜະລິດ​ອາວຸດ​ບໍ່​ໄດ້​ນັ້ນມີ​ແຜນການ​ລະອຽດ​ແລ້ວ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ​ວັນ​ທີ14ກັນຍາ​ນີ້ ຢູ່​ພຽງ​ຢາງ ໜ່ວຍ​ຜູ່​ຊ່ຽວຊານ​ນິວ​ເຄຼຍຂອງ​ອາ​ເມ​ລິ​ກາ ຈີນ​ແລະຣັດ​ເຊຍ​ໄດ້​ເຈ​ລະ​ຈາ​ກັບ​ຜູ່​ຊ່ຽວຊານ​ຂອງ​ສປປ​ເກົາຫຼີ,ສອງ​ຝ່າຍໄດ້​ກ້າວ​ເຖິງ​ຂັ້ນຕົກລົງ​ແຜນການ​ລະອຽດ​ກ່ຽວ​ກັບ​ການ​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍທີ່​ຢົງ​ປຽນຜະລິດ​ອາວຸດ​ບໍ່​ໄດ້.

​ຫຼັງ​ການ​ເຈລະຈາ​ສິ້ນ​ສຸດ​ລົງ ຜູ່​ຊ່ຽວຊານຜູ່​ໜຶ່ງ​ຂອງ​ໜ່ວຍຜູ່​ຊ່ຽວຊານ3ປະ​ເທດ​ ​​ໄດ້​ກ່າວ​ວ່າ,ບົນ​ພື້ນຖານ​ທີ່​ສຳ​ຫຼວດສິ່ງ​ກໍ່ສ້າງ​ນິວ​ເຄຼຍທີ່​ຢົງ​ປຽນ​ໃນ​ສອງ​ມື້ກ່ອນ,ໜ່ວຍ​ຜູ່​ຊ່ຽວຊານ​ໄດ້​ປຶກສາ​ຫາລື​ກັບ​ຜູ່​ຊ່ຽວຊານ​ສປປ​ເກົາຫຼີ​ກ່ຽວ​ກັບ​ແຜນການ​​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍຜະລິດ​ອາວຸດ​ບໍ່​ໄດ້,​ໄດ້​ກ້າວ​ເຖິງ​ຂັ້ນຕົກລົງ​ແຜນການ​ລະອຽດ​ທີ່​ດີ.​ແຜນການສະບັບ​ນີ້​ຈະ​ມອບໃຫ້​ການ​ເຈລະຈາ 6 ຝ່າຍ​ທີ່​​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້ນຳ​ໄປປຶກສາ​ຫາລື​ກັນ.

ໜ່ວຍ​ຜູ່​ຊ່ຽວຊານ​ນິວ​ເຄຼຍຂອງ​ອາ​ເມ​ລິ​ກາ ຈີນ​ແລະຣັດ​ເຊຍ​ແມ່ນ​ເດີນທາງ​ໄປ​ຮອດ​ພຽງ​ຢາງ​ໃນ​ວັນ​ທີ11ກັນຍາ​ຕາມການ​ເຊີນ​ຂອງ​ຝ່າຍ​ສປປ​ເກົາຫຼີ​,ໜ່ວຍ​ຜູ່​ຊ່ຽວຊານ​ຈະ​ສິ້ນ​ສຸດ​ການ​ຢ້ຽມຢາມ​ສປປ​ເກົາຫຼີ​ໃນ​ວັນ​ທີ15ກັນຍາ​ນີ້.