ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Saturday    Apr 26th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-17 12:21:42    
ຈຳ​ນວນ​ຄົນ​ຕາຍ​ໃນ​ອຸ​ປັດ​ຕິ​ເຫດ​ຍົນ​ໂດຍ​ສານ​ຂອງ​ໄທ​ໄດ້​ເພີ່ມ​ຂຶ້ນ​ຮອດ​88​ຄົນ

cri

ຕາມ​ຂ່າວCRI,ຕອນ​ຄ່ຳ​ວັນ​ທີ16​ກັນຍາ​ນີ້,​ໂທລະພາບ​ແຫ່ງ​ຊາດ​ໄທ​ໄດ້​ລາຍ​ງານ​ວ່າ,​ໃນ​ເຫດ​ການ​ອຸ​ປັດ​ຕິ​ເຫດ​ຍົນ​ໂດຍສານ​ຂອງ​ໄທ​ທີ່​ເກີດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ຈຳນວນ​ຄົນ​ຕາຍ​ໄດ້​ເພີ່ມ​ຂຶ້ນ​ຮອດ​88​ຄົນ,ນອກ​ນີ້​ມີ​ອີກ42​ຄົນ​ບາດ​ເຈັບ.

ກົງ​ສູນ​ໃຫຍ່​ຈີນ​ປະຈຳ​ຈັງຫວັດ​ສົງ​ຂາ ພາກ​ໃຕ້​ຂອງ​ໄທ​ກ່າວ​ວ່າ,​ຢູ່​ໃນ​ຍົນ​ໂດຍ​ສານ​ທີ່​ເກີດ​ອຸ​ປັດ​ຕິ​ເຫດ​ບໍ່​ມີ​ພົນລະ​ເມືອງ​ຈີນ​ເຊິ່ງ​ລວມ​ທັງ​ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ມາ​ກາວ​ແລະ​ໄຕ້​ຫວັນ.

ຕອນ​ບ່າຍ​ວັນ​ທີ16​ກັນຍາ​ນີ້,​ຍົນ​ໂດຍສານ​ລຳ​ໜຶ່ງ​ຂອງບໍລິສັດ​ການບິນ"​ວັນ​ທູ​ໂກ"ຂອງ​ໄທ​ໄດ້​ລະ​ເບີດ​ໃນ​ເວລາ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ສາກົນ​ພູ​ເກັດ ພາກ​ໃຕ້​ຂອງ​ໄທ.​ຢູ່​ໃນ​ຍົນ​ໂດຍ​ສານ​ດັ່ງ​ກ່າວ​ມີ130​ຄົນ,​ໃນ​ນັ້ນ​ລວມ​ທັງ​ຜູ່​ໂດຍສານ123​ຄົນ​ແລະ​ພະ​ນັກ​ງານ​ການ​ບິນ​7​ຄົນ,​ໃນ​ຜູ່​ໂດຍ​ສານ​ມີ​ຄົນ​ຕ່າງປະ​ເທດ​79​ຄົນ.

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040