ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-24 16:35:32    
ກອງ​ປະ​ຊຸມ​ສີ່​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ສະ​ໜັບ​ສະ​ໜູນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ປາ​ເລັສ​ຕິນ​ອິສ​ຣາ​ແອນ

cri
ຕາມ​ຂ່າວCRI,ຕອນ​ບ່າຍ​ວັນ​ທີ23​ກັນຍາ​ນີ້,ສີ່​ຝ່າຍ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງຄື​ສະຫະ​ປະຊາ​ຊາດ ສະຫະພາບ​ເອີ​ລົບ ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ປະຊາ​ຊາດ​ທີ່​ນີວຢອກ.​ໃນ​ຖະ​ແຫຼ​ງການ​ທີ່​ເປີດ​ເຜີຍ​ຫຼັງ​ກອງ​ປະ​ຊຸມ,​ສີ່​ຝ່າຍ​ດັ່ງ​ກ່າວ​ກ່າວ​ວ່າ,ສະ​ໜັບສະ​ໜູນ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ຜູ່​ນຳ​ອິສຣາ​ແອນ​ກັບ​ປາ​ເລັສ​ຕິນ​ທີ່​ພວມ​ດຳ​ເນີນຢູ່​ໃນ​ປັດຈຸບັນ.

ໃນ​ກອງ​ປະຊຸມ​ດັ່ງກ່າວ,ຜູ່​ແທນຂອງ​ສີ່​ຝ່າຍ​ຄື​ທ່ານ​ບານກີ​ມູນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ,​ທ່ານ​ຈາ​ເວ​ຍ ​ໂຊ​ລາ​ນາ ຜູ່​ແທນ​ຊັ້ນ​ສູງ​ທີ່​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ແລະ​ຄວາມ​ປອດ​ໄພ​ຂອງ​ສະ​ຫະ​ພາບ​ເອີ​ລົບ,​ນາງ​ຄອນ​ໂດ​ລີ​ຊາ ​ໄລ​ສ໌ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ແລະ​ທ່ານ​ເຊີ​ເກ ລັຟ​ຣົຟ ຜູ່​ວ່າການ​ແທນ​ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດຣັດ​ເຊຍ​ໄດ້​ປຶກສາ​ຫາລື​ບັນຫາ​ປາ​ເລັສ​ຕິນ​ອິສ​ຣາ​ແອນ​ແລະ​ໄດ້​ຮັບ​ຟັງ​ທ່ານ​ໂທ​ນີ ​ແບຼ ທູດ​ພິ​ເສດ​ບັນ​ຫາ​ຕາ​ເວັນ​ອອກ​ກາງ ອະດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ແນະ​ນຳ​ສະ​ຖາ​ນະ​ການ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ.

ພາຍຫຼັງ​ກອງ​ປະຊຸມ,ຜູ່​ແທນ​ສີ່​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ,​ເດັດດ່ຽວ​ສະໜັບ​ສະໜູນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ເອຮຸດ ​ໂອນ​ເມີດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ​ກັບ​ທ່ານ​ມາຣ​ມຸດ ອັບ​ບາສ ປະ​ທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນທີ່​ພວມ​ດຳ​ເນີນ​ຢູ່​ໃນ​ປັດ​ຈຸ​ບັນ,​ສະ​ໜັບ​ສະ​ໜູນ​ສອງ​ຝ່າຍ​ສ້າງ​ຕັ້ງ​ໜ່ວຍ​ງານ​ເພື່ອ​ປຶກສາ​ຫາລື​ບັນຫາພື້ນຖານ​ທີ່​ກ່ຽວ​ກັບ​ການບັນລຸ​ແຜນການ​ສອງ​ປະ​ເທດ.

ຖະ​ແຫຼ​ງການ​ຍັງ​ກ່າວ​ວ່າ,ສະໜັບສະໜູນ​ຂໍ້​ສະ​ເໜີ​ຂອງ​ທ່ານ​ຈອດ​ຈ໌ ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ທີ່​ສະ​ເໜີ​ໃນ​ເດືອນ​ກໍລະກົດ​ທີ່​ຜ່ານ​ມາ ຄື​ສະ​ເໜີ​ໃຫ້​ຈັດ​ກອງ​ປະຊຸມ​ສາ​ກົນ​ກ່ຽວ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຢູ່​ອາ​ເມ​ລິ​ກາ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ປີ​ນີ້.ຫວັງ​ວ່າ​ທີ່​ປະ​ຊຸມ​ຈະ​ມີ​ເນື້ອ​ໃນທີ່​ມີ​ລັກສະນະ​ທາດ​ແທ້.