ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-24 20:04:00    
ສີງ​ກະ​ໂປ​ຄົ້ນ​ຄວ້າ​ຜະ​ລິດ​ອອກ​ອຸ​ປະ​ກອນ​ກວດ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຢ່າງ​ວ່ອງ​ໄວ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ​ນັກ​ຄົ້ນຄວ້າ​ຂອງ​ສິນ​ກະ​ໂປ​ໄດ້​ລາຍ​ງານ​ໃນວາລະສານ"​ແພດສາດ​ທຳ​ມະ​ຊາດ"ສະບັບ​ອິນ​ເຕີ​ເນັດສະບັບ​ຫຼ້າສຸດວ່າ, ເຂົາ​ເຈົ້າ​ໄດ້​ຄົ້ນຄວ້າ​ຜະລິດ​ອອກ​ອຸປະກອນ​ມື​ຖື​ຊະນິດ​ໜຶ່ງ, ສາມາດກວດ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກH5N1ຈາກ​ຕົວຢ່າງ​ພາຍ​ໃນ 30 ນາທີ.

ພາຫະນະ​​ແຜນ​ທຳ​ມະ​ດາ​ທີ່​ໃຊ້​ທາງ​ການຄ້າ​ແລ້ວນັ້ນກວດ​ເຊື້ອ​ພະຍາດH5N1ຕ້ອງ​ໃຊ້​ເວລາປະມານ 4 ຊົ່ວ​ໂມງ, ກ່ອນກວດກາ​ຍັງ​ຕ້ອງ​ອຸປະກອນ​ແຍກ​ແລະ​​ເພີ່ມເຊື້ອ​ພະຍາດ​. ອຸປະກອນ​ໃໝ່ທີ່ນັກ​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ວິສະວະກຳຊີວະ​ຊາດ​ແລະ​ເຕັກນິກ​ນາ​​ໂນ​ແມັດ​ສິງ​ກະ​ໂປຄົ້ນຄວ້າ​ຜະລິດ​ນັ້ນ​ໄດ້​ເຮັດ​ໃຫ້ການ​​ແຍກ ການຕ່ອງ​ ການເພີ່ມ ​ແລະ​ການກວດເຊື້ອ​ພະຍາດ​ໂຮມ​ເຂົ້າ​ເປັນອັນ​ດຽວກັນ. ​​ໄວ​ກວ່າ​ເກົ່າ, ຕົ້ນທຶນ​ກໍ​ຕ່ຳ​ກວ່າ.

ນັກຄົ້ນຄວ້າ​ເຫັນ​ວ່າ, ອຸປະກອນດັ່ງກ່າວ​ຜ່ານ​ການ​ປັບປຸງ​ແລ້ວ, ຍັງ​ສາມາດ​ໃຊ້​ສຳລັບ​ກວດເຊື້ອ​ພະຍາດ​ຕ່າງໆ​ເຊັ່ນ​ຊາດສ໌ ພະຍາດ​ເອັດ​ ​ແລະ​ຕັບ​ອັກ​ເສບ​ເອປາ​ຕິດB​ແລະ​ອື່ນໆ.