ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-26 18:22:39    
ລັດ​ຖະ​ມົນ​ຕີ​ກະ​ຊວງ​ມະ​ຫາດ​ໄທ​ຂອງ​ໄທ​ປະ​ກາດ​ລາ​ອອກ​ຈາກ​ຕຳ​ແໜ່ງ

cri
ຕາມ​ຂ່າວCRI,ວັນ​ທີ26​ກັນຍາ​ນີ້,ຢູ່​ທີ່​ບາງກອກ,ທ່ານອາຣີວົງ​ອາ​ຣະ​ຍະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ມະ​ຫາດ​ໄທ​ຂອງ​ໄທ​ໄດ້​ປະກາດ​ລາ​ອອກ​ຈາກ​ຕຳ​ແໜ່​ງ,ກາຍ​ເປັນ​ລັດ​ຖະ​ມົນ​ຕີ​ຜູ່​ທີ​ສາມ​ທີ່​ປະ​ກາດ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ,ທ່ານອາຣິວົງ​ອາຣະຍະໄດ້​ຈັດ​ງານ​ຖະ​ແຫຼງ​ຂ່າວ​ໃນ​ບ້ານ​ຂອງ​ຕົນ​ທີ່​ຢູ່​ບາງ​ກອກ​ໂດຍ​ປະກາດ​ວ່າ,​ທ່ານ​ຈະ​ຍື່ນ​ໃບ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃຫ້​ພົນ​ເອກ​ສຸ​ລະ​ຍຸດ​ຈຸ​ລາ​ນົນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໃນ​ວັນ​ທີ1​ຕຸລາ​ປີ​ນີ້.​ພ້ອມ​ກັນ​ນັ້ນ,​ທ່ານ​ກ່າວ​ວ່າ,​ຍິນ​ດີ​ຫາບ​ແບກ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ບັນ​ຫາ​ທີ່​ກ່ຽວ​ຂ້ອງ.

ວັນ​ທີ20​ກັນຍາ​ນີ້,​ຄະ​ນະ​ກຳ​ມະ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ໄທ​ໄດ້​ປະ​ກາດ​ວ່າ,​ເມື່ອ​ສຳ​ຫຼວດ​ກວດ​ກາ​ແລ້ວ​ເຫັນ​ວ່າ,​ທ່ານ​ອາ​ຣີ​ວົງ​ອາ​ຣະ​ຍະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ມະ​ຫາດ​ໄທ,​ທ່ານ​ສິດ​ທິ​ໄຊ​ໂພ​ຄາ​ຍະ​ອຸ​ດົມ ລັດ​ຖະ​ມົນ​ຕີ​ກະ​ຊວງ​ເຕັກ​ໂນ​ໂຊ​ຢີ​ສາ​ລະ​ສົນ​ເທດ​ແລະ​ການ​ສື່​ສານ​ແລະ​ທ່ານ​ນາງ​ໂອ​ຣະ​ນຸດ​ໂອ​ສະ​ຖາ​ນຸ​ເຄາະ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຂອງ​ລັດ​ຖະ​ບານ​ໄທ​ຊຸດ​ປະ​ຈຸ​ບັນ​ໄດ້​ຖື​ຫຸ້ນ​ສ່ວນ​ຫຼາຍ​ກວ່າ​5%​ໃນ​ບໍ​ລິ​ສັດ​ເອ​ກະ​ຊົນ,​ນີ້​ໄດ້​ລະ​ເມີດ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ໃນ​ກົດ​ໝາຍ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.​ທ່ານ​ສິດ​ທິ​ໄຊ​ແລະ​ທ່ານ​ນາງ​ໂອ​ຣະ​ນຸດ​ໄດ້​ປະ​ກາດ​ລາ​ອອກ​ຈາກ​ຕຳ​ແໜ່ງ​ແລ້ວ.