ຕາມຂ່າວສານຊິນຮວາ:ວັນທີ27ກັນຍານີ້,ສະຫະປະຊາຊາດ ກັບ ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ຫຼືອາຊຽນໄດ້ເຊັນບົດບັນທຶກຊ່ອຍຈຳຄວາມເຂົ້າໃຈກັນຢູ່ສຳນັກງານໃຫຍ່ສະຫະປະຊາຊາດ,ຕົກລົງຈະເພິ່ມທະວີການພົວພັນໝູ່ຄູ່ຮ່ວມມືລະຫວ່າງສອງອົງການຈັດຕັ້ງສາກົນນີ້ຕື່ມອີກ.
ທ່ານບານກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ ກັບ ທ່ານອົງເກງຢົງ ເລຂາທິການໃຫຍ່ອາຊຽນໄດ້ລົງນາມໃນບົດບັນທຶກຊ່ອຍຈຳຄວາມເຂົ້າໃຈກັນ,ລັດຖະມົນຕີການຕ່າງປະເທດປະເທດສະມາຊິກອາຊຽນໄດ້ເຂົ້າຮ່ວມພິທີລົງນາມເອກະສານ.ຫຼັງຈາກນັ້ນ,ສອງຝ່າຍໄດ້ອອກຖະແຫຼງການຮ່ວມ,ກ່າວວ່າ,ການເຊັນເອກະສານດັ່ງກ່າວສະແດງໃຫ້ເຫັນວ່າ,ສະຫະປະຊາຊາດ ກັບ ອາຊຽນພ້ອມກັນສຸມກຳລັງຊຸກຍູ້ສັນຕິພາບແລະສະຖຽນລະພາບຂອງພາກພື້ນ ແລະ ຄວາມຕັດສິນໃຈທີ່ບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ.
ອີງຕາມບົດບັນທຶກຊ່ອຍຈຳຄວາມເຂົ້າໃຈກັນ,ສະຫະປະຊາຊາດກັບອາຊຽນຈະເພິ່ມທະວີການຮ່ວມມືກັບທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ໃນດ້ານການເມືອງ,ເສດຖະກິດແລະສັງຄົມວັດທະນະທຳ,ສ່ວນການຮ່ວມມືກວມ ດຳເນີນການແລກປ່ຽນຂໍ້ມູນຂ່າວສານແລະເຕັກນິກ,ພ້ອມກັນພັດທະນາໂຄງການຊ່ອຍເຫຼືອດ້ານເຕັກນິກ ແລະ ສ້າງເວທີປຶກສາຫາລືເປັນຕົ້ນ.
|