ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-28 19:59:52    
ສະຫະພັນ​ທະນາ​ຄານ​ຈີນ​ຮ່ວມ​ມື​ກັບ​ທະ​ນາ​ຄານ​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ຂອງ​ມາ​ເລ​ເຊຍ

cri Author: MO

ຕາມ​ຂ່າວສານ​ຊີ​ນຮວາ: ກ່ອນນັກ​ທ່ອງ​ທ່ຽວຈີນ​​ໄປ​ທ່ຽວ​ມາ​ເລ​ເຊຍ​ໃນ"​ສັບປະດາ​ຄຳ"ວັນຊາດ​ຈີນຈະວຽນມາ​ເຖິງ, ວັນ​ທີ 27 ກັນຍາ​ນີ້,ຢູ່​ກົວ​ລາ​ລຳ​ເປີ, ສະຫະພັນ​ທະນາຄານ​ຈີນ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ກັບ​ທະນາຄານ​ມາ​ລາ​ຢູ​ເຊິ່ງ​ເປັນ​ທະນາຄານ​ໃຫຍ່​ກວ່າ​ໝູ່​ຂອງ​ມາ​ເລ​ເຊຍ. ນີ້​ໝາຍ​ຄວາມ​ວ່າ, ຂອບ​ເຂດ​ນຳ​ໃຊ້​ບັດ​ສະຫະພັນທະນາຄານ​ຈີນ​ຢູ່​ມາ​ເລ​ເຊຍ​ໄດ້​ຂະ​ຫຍາ​ຍກວ້າງ​ອອກ​ຕື່ມ​ອີກ.

ຕາມ​ແຜນການ​ຮ່ວມ​ມື​ທີ່​ສອງ​ຝ່າຍ​ຕົກລົງ​ກັນ, ​ເມື່ອ​ເປີດ​ບໍລິການ​ຂອງ​ສະຫະພັນ​ທະນາຄານຈີນ​ແລ້ວບໍ່​ດົນ, ທະນາຄານ​ມາລາ​ຢູ​ຈະ​ເປີດ​​ບໍລິການໃຫ້​ບັດ​ທະນາຄານ​​ເງິນ​ຢວນຈີນຖອນເງິນ​ລິງກິດ​ຂອງ​ມາ​ເລ​ເຊຍ​ໂດຍ​ກົງຈາກ​ຕູ້ATMຢູ່​ທົ່ວ​ປະ​ເທດ​ມາ​ເລ​ເຊຍ.

ປັດຈຸບັນ, ມາ​ເລ​ເຊຍ​ໄດ້​ກາຍ​ເປັນ​ຈຸດໝາຍ​ປາຍທາງ​ແຫ່ງ​ໜຶ່ງ​ທີ່​ສຳຄັນ​ຂອງ​​ພົນລະ​ເມືອງ​ຈີນ​​ໄປ​ທ່ອງ​ທ່ຽວ​ແລະ​ທຸລະ​ກິດ​ການ​ຄ້າ, ປີ​ກາຍ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ​ໄປມາ​ເລ​ເຊຍ​ມີ​ 4 ​ແສນ​ເທື່ອ​ຄົນ, ປີ​ນີ້, ມີ​ຫວັງ​ບັນລຸ​ເຖີງ 6 ​ແສນ​ເທື່ອ​ຄົນ. ສະຫະພັນ​ທະນາຄານ​ຈີນ​ມີ​ສະມາຊິກທະນາຄານ​ເກືອບ 200 ​ແຫ່ງ, ບັດ​ທະນາຄານ​ສາມາດ​ໃຊ້​ຢູ່​ໃນ 26 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ໄດ້.