|
 |
(GMT+08:00)
2007-09-30 16:13:08
|
ທູດພິເສດຂອງເລຂາທິການໃຫຍ່ສະຫະປະຊາຊາດເດີນທາງໄປຮອດມຽນມາເພື່ອຢ້ຽມຢາມ
cri
ຕາມຂ່າວສານຊີນຮວາ: ຕອນບ່າຍວັນທີ 29 ກັນຍານີ້ ທ່ານອີບຼາຮີມ ກຳບາຣີ ທູດພິເສດຂອງທ່ານບານກີມູນ ເລຂາທິການໃຫຍ່ສະຫະປະຊາຊາດໄດ້ເດີນທາງໄປຮອດຢາງກຸງ,ເລີ່ມຢ້ຽມຢາມມຽນມາເພື່ອຊຸກຍູ້ໃຫ້ສະຖານະການມຽນມາຟື້ນຟູຄວາມຫມັ້ນຄົງໂດຍໄວ.
ພາຍຫລັງໄປຮອດຢາງກຸ້ງແລ້ວ,ທ່ານກຳບາຣີໄດ້ຂີ່ຍົນໄປເມືອງນາປີດໍ ນະຄອນຫລວງມຽນມາ.ເຈົ້າຫນ້າທີ່ຂອງອົງການສະຫະປະຊາຊາດປະຈຳມຽນມາກ່າວວ່າ, ທ່ານກຳບາຣີຈະພົບປະຜູ່ນຳມຽນມາຢູ່ນາປີດໍໃນວັນທີ 30 ກັນຍານີ້,ແລະຈະພົບປະບຸກຄົນຝ່າຍຕ່າງໆທີ່ກ່ຽວຂ້ອງໃນໄລຍະຢູ່ມຽນມາ.
ຕັ້ງແຕ່ເຂົ້າເດືອນກັນຍານີ້ມາ, ພະສົງແລະປະຊາຊົນສ່ວນຫນຶ່ງຂອງມຽນມາໄດ້ແຫ່ຂະບວນສະແດງກຳລັງຢູ່ຕາມຖະຫນົນຫົນທາງ, ຮຽກຮ້ອງໃຫ້ຫລຸດລາຄາສິນຄ້າແລະປົວແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ,ບັນລຸຄວາມປອງດອງຊາດ.ລັດຖະບານມຽນມາພັດເຫັນວ່ານີ້ແມ່ນຍ້ອນອິດທິກຳລັງປະຕິການພາຍໃນແລະຕ່າງປະເທດປຸກປັ່ນ.
|
|
|