ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-04 17:20:56    
ຈີນ​ຮຽກ​ຮ້ອງ​ໃຫ້​ອົງ​ການ​UNHCR​ເສີມ​ຂະ​ຫຍາຍ​ບົດ​ບາດ​ຫຼາຍ​ກວ່າ​ເກົ່າ​ໃນ​ດ້ານ​ປົກ​ປ້ອງ​ຊາວ​ອົບ​ພະ​ຍົບ​ໃນ​ທົ່ວ​ໂລກ

cri
ຕາມ​ຂ່າວCRI,​ໃນ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານຂອງ​ອົງການ​ຂ້າ​ຫຼວງ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ຊາວ​ອົບ​ພະຍົບ​ຫຼືUNHCR ​ທີ່​ຈັດ​ຂຶ້ນ​ຢູ່​ນີວຢອກ​ໃນ​ວັນ​ທີ3​ຕຸລານີ້,ທ່ານ​ລ້າ​ຢີ້​ຟານ ຫົວ​ໜ້າ​ຄະ​ນະ​ຜູ່​ແທ່ນ​ຈີນ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ,ຮຽກຮ້ອງ​ໃຫ້​ UNHCR​ເສີມ​ຂະຫຍາຍ​ບົດບາດ​ຫຼາຍ​ກວ່າ​ເກົ່າ​ໃນ​ດ້ານ​ປົກປ້ອງ​ຊາວ​ອົບ​ພະຍົບທົ່ວ​ໂລກ,ຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດທະນາ​ເສີມ​ສ້າງ​ຄວາມ​ສາມາດ​ສັງ​ລວມຢ່າງ​​ແທ້​ຈິງ,ສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບຢ່າງ​ເຖິງ​ຖອງ​.

ທ່ານ​ລ້າ​ຢີ້ຟານ ກ່າວ​ວ່າ,ປັດຈຸບັນ,ຍອດ​ຈຳນວນ​ຊາວ​ອົບ​ພະ​ຍົບ​ໃນ​ທົ່ວ​ໂລກ​ມີ​ເກືອບ​10​ລ້ານ​ຄົນ,​ປີ​ກາຍ​ນີ້,ຈຳນວນ​ຊາວ​ອົບ​ພະຍົບທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ UNHCR​ເມື່ອ​ທຽບ​ກັບ​ປີ2005​ໄດ້​ຫຼຸດ​ລົງ​3​%,​ເຊິ່ງ​ກວມ​ຍອດ​ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ພຽງ​45%​ເທົ່າ​ນັ້ນ.ຈີນ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ສະ​ພາບ​ການ​ທີ່​ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ຮຽກ​ຮ້ອງ​ໃຫ້​UNHCR​ເພີ່ມ​ການ​ປົກ​ປ້ອງ​ຊາວ​ອົບ​ພະ​ຍົບ,​ວາງ​ຍຸດ​ທະ​ສາດ​ແລະ​ມາດ​ຕະ​ການ​ປົກ​ປ້ອງ​ຊາວ​ອົບ​ພະ​ຍົບ.

ທ່ານ​ລ້າ​ຢີ້ຟານ​ກ່າວ​ວ່າ,​ໃນ​ດ້ານ​ປົກ​ປ້ອງ​ຊາວ​ອົບ​ພະ​ຍົບ,​ປະ​ເທດ​ພວມ​ພັດ​ທະ​ນາ​ໄດ້​ຮັບ​ຄວາມ​ຫາບ​ແບກ​ດ້ານ​ເສດຖະກິດ​ແລະ​ສັງຄົມອັນ​ໜັກ​ໜ່ວງ,​ເຊິ່ງ​ໄດ້​ປົກ​ປ້ອງ​ຊາວ​ອົບ​ພະ​ຍົບ​3/4​ຂອງ​ທົ່ວ​ໂລກ.ຈີນ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາ​ກົນ,​ແລະ​ຕັ້ງ​ໃຈ​ປະ​ຕິ​ບັດ​ພັນ​ທະ​ສາ​ກົນ.