|
 |
(GMT+08:00)
2007-10-05 17:36:02
|
 |
ເວທີປຶກສາຫາລືຈີນເອີລົບຄັ້ງທີ2ເປີດສາກຢູ່23ຕົວເມືອງພ້ອມກັນ
cri
ຕາມຂ່າວສານຊິນຮວາ,ວັນທີ4ຕຸລານີ້,ເວທີປຶກສາຫາລືຈີນເອີລົບຄັ້ງທີ2ໄດ້ໃຊ້ຮູບການອະນຸເວທີປຶກສາຫາລືເປີດສາກພ້ອມກັນຢູ່23ຕົວເມືອງຂອງ9ປະເທດເອີລົບ.
ຕອນຄ່ຳມື້ດຽວກັນ,ໃນງານລ້ຽງອາຫານທີ່ຈັດຂຶ້ນຢູ່ບຼຸກແຊນ,ທ່ານແຮສເກີດ ໂປດເຕີລິນ ປະທານສະພາເອີລົບກ່າວວ່າ,ນັບແຕ່ປີ1978ມານີ້,ມູນຄ່າການຄ້າລະຫວ່າງຈີນເອີລົບໄດ້ເພີ່ມຂຶ້ນ60ກວ່າເທົ່າ,ແຕ່ວ່າການພົວພັນລະຫວ່າງຈີນກັບເອີລົບບໍ່ສະເພາະແຕ່ຂົງເຂດເສດຖະກິດການຄ້າເທົ່ານັ້ນ,ຍັງມີຂົງເຂດການເມືອງ,ສັງຄົມແລະວັດທະນະທຳອີກ,ການຮ່ວມມືລະຫວ່າງສອງຝ່າຍກໍມີກຳລັງບົ່ມຊ້ອນອັນມະຫາສານເຊັ່ນດຽວກັນ.ທ່ານກ່າວເນັ້ນວ່າ,ໂລກທີ່ມີຫຼາຍຂົ້ວຕ້ອງການຈີນແລະກໍຕ້ອງການສະຫະພາບເອີລົບ.
ທ່ານມິເຊວ ໂລຄາດ ຜູ່ຈັດງານຝ່າຍເອີລົບຂອງເວທີປຶກສາຫາລືຄັ້ງນີ້ ອະດີດນາຍົກລັດຖະມົນຕີຝະຣັ່ງກໍກ່າວເນັ້ນວ່າ,ເວທີປຶກສາຫາລືຈີນເອີລົບມີຈຸປະສົງເພື່ອເພີ່ມທະວີຄວາມເຂົ້າໃຈກັນລະຫວ່າງທຸກຊັ້ນຄົນໃນສັງຄົມຈີນເອີລົບໃນສະໄໝໂລກາພິວັດ.
|
|
|