ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-08 17:42:55    
ຂະ​ບວນ​ລົດ​ແຂ່ງ​ຂັນ​ລາ​ລີ​ສາ​ກົນ​ຈີນ​-ອາ​ຊຽນ​ຈັດ​ງານ​ລ້ຽງ​ມິດ​ຕະ​ພາບ​ຢູ່​ກົວ​ລາ​ລຳ​ເປີ

cri
ຕາມ​ໜັງສືພິມ​ເຢິນມິນ​ຢື້​ປ້າວ,​ຕອນ​ຄ່ຳ​ວັນ​ທີ​7​ຕຸ​ລາ​ນີ້,​ຂະ​ບວນ​ລົດ​ແຂ່ງ​ຂັນ​ລາ​ລີ​ສາ​ກົນ​ຈີນ-ອາ​ຊຽນ​ໄດ້​ຈັດ​ງານ​ລ້ຽງ​ມິດ​ຕະ​ພາບ​ຢູ່​ກົວ​ລາ​ລຳ​ເປີ ນະ​ຄອນ​ຫຼວງ​ມາ​ເລ​ເຊຍ.​ສະ​ມາ​ຊິກ​ທັງ​ໝົດ​ຂອງ​ຂະ​ບວນລົດ,​ເຈົ້າ​ໜ້າ​ທີ່​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ມາ​ເລ​ເຊຍ,​ສະ​ມາ​ຄົມ​ກິ​ລາ​ລົດ​ມາ​ເລ​ເຊຍ​ແລະ​ຜູ່​ຮັບ​ຜິດ​ຊອບ​ຄະ​ນະ​ຈັດ​ຕັ້ງ​ຊາວ​ຈີນ​ທີ່​ຢູ່​ມາ​ເລ​ເຊຍ​ໄດ້​​ເຂົ້າ​ຮ່ວມ,​ພ້ອມ​ກັນ​ຫວນ​ຄືນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ຈີ​ນມາ​ເລ​ເຊຍ,​ແລະ​ຊົມ​ເຊີຍ​ການ​ແຂ່ງ​ຂັນ​ລາ​ລີ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ໃນ​ກິດ​ຈະ​ກຳ​ສຳ​ພັນ​ມິດ​ຕະ​ພາບ​ທີ່​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ມິດ​ຕະ​ພາບ​ແລະ​ຄວາມ​ມ່ວນ​ຊື່ນ,​ນັກ​ສະ​ແດງ​ຂອງ​ມາ​ເລ​ເຊຍ​ແລະ​ຈີນ​ໄດ້​ສະ​ແດງ​ລາຍ​ການ​ສິ​ລະ​ປະ​ວັນ​ນະ​ກຳ​ແລະ​ລາຍ​ການ​ກິ​ລາ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຊົນ​ເຜົ່າ​ຕົນ.