|
 |
(GMT+08:00)
2007-10-09 18:11:50
|
ອິນໂດເນເຊຍແລະສິງກະໂປໂຈະສັນຍາການປ້ອງກັນຊົ່ວຄາວ
cri
ຕາມຂ່າວສານຊິນຮວາ,ວັນທີ9ຕຸລານີ້,ສື່ມວນຊົນອິນໂດເນເຊຍແຈ້ງຂ່າວວ່າ,ລັດຖະບານອິນໂດເນເຊຍແລະສິງກະໂປໄດ້ຕົກລົງໂຈະສັນຍາການປ້ອງກັນທີ່ສອງຝ່າຍໄດ້ເຊັນກັນແລ້ວນັ້ນຊົ່ວຄາວ.ສາເຫດແມ່ນຍ້ອນລັດຖະສະພາແລະມວນຊົນຈຳນວນໜຶ່ງຂອງອິນໂດເນເຊຍຄັດຄ້ານຢ່າງຮຸນແຮງຕໍ່ສັນຍາດັ່ງກ່າວພ້ອມດ້ວຍສົນທິສັນຍາເພີ່ມເຕີມກ່ຽວກັບການສົ່ງຕົວຜູ່ຮ້າຍຂ້າມແດນທີ່ສອງປະເທດໄດ້ເຊັນກັນແລ້ວ,ເຫັນວ່າອິນໂດເນເຊຍໄດ້ປະນີປະນອມຫຼາຍເກີນໄປໃນເວລາເຈລະຈາ,ອັນໄດ້ທຳລາຍຜົນປະໂຫຍດແຫ່ງຊາດ.
ຂ່າວແຈ້ງວ່າ,ຕອນບ່າຍວັນທີ8ຕຸລານີ້,ໃນເວລາປະຊຸມກັບຄະນະກຳມາທິການທີໜຶ່ງທີ່ຮັບຜິດຊອບວຽກງານການຕ່າງປະເທດຂອງລັດຖະສະພາອິນໂດເນເຊຍ,ທ່ານຮາແຊນ ວີຣາຢູດາ ລັດຖະມົນຕີວ່າການກະຊວງການຕ່າງປະເທດອິນໂດເນເຊຍກ່າວວ່າ,ຖ້າວ່າສະພາບການອຳນວຍ,ອິນໂດເນເຊຍກັບສິງກະໂປຈະສືບຕໍ່ປັບປຸງສັນຍາດັ່ງກ່າວໃຫ້ສົມບູນຂຶ້ນ.
|
|
|