|
 |
(GMT+08:00)
2007-10-09 18:19:19
|
 |
ຈີນກັບສະຫະພາບເອີລົບຈັດງານສຳມະນານະໂຍບາຍພາກພື້ນ
cri
ຕາມຂ່າວສານຊິນຮວາ,ວັນທີ8ຕຸລານີ້,ຢູ່ທີ່ບຼຸກແຊນ,ເຈົ້າໜ້າທີ່ອາວຸໂສຂອງຈີນແລະສະຫະພາບເອີລົບໄດ້ຈັດງານສຳມະນາກ່ຽວກັບການພັດທະນາເສດຖະກິດພາກພື້ນ,ໄດ້ປຶກສາຫາລືການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດພັດທະນາເສດຖະກິດພາກພື້ນແລະສິ່ງທ້າທາຍທີ່ປະເຊີນນຳກັນ.
ໃນເວລາປະກອບຄຳຄິດຄຳເຫັນ,ທ່ານຕູ້ອິງ ຮອງປະທານຄະນະກຳມະ ການການພັດທະນາແລະການປະຕິຮູບແຫ່ງລັດຈີນກ່າວວ່າ,ເດືອນພຶດສະພາປີກາຍນີ້,ຄະນະກຳມະການການພັດທະນາແລະການປະຕິຮູບແຫ່ງລັດຈີນກັບສະຫະພາບເອີລົບໄດ້ຈັດງານສຳມະນາກ່ຽວກັບການພັດທະນາເສດຖະກິດພາກພື້ນຈີນສະຫະພາບເອີລົບຄັ້ງທຳອິດຢູ່ປັກກິ່ງຢ່າງສຳເລັດຜົນແລະເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບນະໂຍບາຍແລະການຮ່ວມມືພາກພື້ນ.ຫຼັງຈາກນັ້ນ,ສອງຝ່າຍໄດ້ສ້າງຕັ້ງກົນໄກສົນທະນາແລະການຮ່ວມມືໃນຂົງເຂດການພັດທະນາແລະນະໂຍບາຍພາກພື້ນຢ່າງເປັນທາງການ.ໃນໜຶ່ງປີທີ່ຜ່ານມາ,ການຮ່ວມມືໃນຂົງເຂດດັ່ງກ່າວລະຫວ່າງຈີນກັບສະຫະພາບເອີລົບໄດ້ຮັບຜົນການຄົ້ນຄວ້າແລ້ວ.
ນາງດານູທາ ຮິບເນີ ກຳມະການນະໂຍບາຍພາກພື້ນຂອງຄະນະກຳມາທິການສະຫະພາບເອີລົບຍ້ອງຍໍການພົວພັນລະຫວ່າງຈີນກັບສະຫະພາບເອີລົບໝັ້ນຄົງແລະນັບມື້ນັບເປີດກວ້າງອອກ.ນາງກ່າວວ່າ,ຫວັງໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດພັດທະນາເສດຖະກິດພາກພື້ນຕື່ມອີກ.
|
|
|