
ຕາມຂ່າວສານຊິນຮວາ, ເວລາ17ໂມງ22ນາທີ ວັນທີ10ຕຸລານີ້ ຕາມເວລາມົສກູ,ທ່ານເຊັກມູຊາຟາຊູກໍ ນັກບິນອະວະກາດຜູ່ທຳອິດຂອງມາເລເຊຍພ້ອມກັບນັກບິນອະວະກາດຣັດເຊຍແລະອາເມລິກາສອງຄົນໄດ້ຂີ່ຍານອະວະກາດໂຊຢູສ TMA-11ຂອງຣັດເຊຍຂຶ້ນສູ່ອະວະກາດເພື່ອໄປສະຖານີອະວະກາດສາກົນ.

ຕາມການຖ່າຍທອດສົດຂອງໂທລະພາບຣັດເຊຍ,ການສົ່ງຍານອະວະກາດດັ່ງກ່າວແມ່ນດຳເນີນຢູ່ຖານສົ່ງຍານບາຍໂຄໂນທີ່ຢູ່ໃນດິນແດນຂອງກາຊັກສະຖານ.ທ່ານຢູຣີ ມາເລັນເຊັນໂຄ ນັກບິນອະວະກາດຣັດເຊຍແລະນາງເປກີ ວິດຊັນ ນັກບິນອະວະກາດອາເມລິກາທີ່ຂີ່ຍານອະວະກາດດັ່ງກ່າວແມ່ນສະມາຊິກໜ່ວຍສຳຫຼວດໄລຍະຍາວໜ່ວຍທີ16ຂອງສະຖານີອະວະກາດສາກົນ,ເຂົາເຈົ້າຈະເຮັດວຽກເຄິ່ງປີໃນສະຖານີອະວະກາດ.ສ່ວນນັກບິນອະວະກາດຜູ່ທຳອິດຂອງມາເລເຊຍ ຈະເຮັດວຽກເປັນເວລາ11ມື້ໃນສະຖານີອະວະກາດສາກົນ,ແລ້ວພ້ອມກັບນັກບິນອະວະກາດສອງຄົນຂອງໜ່ວຍສຳຫຼວດໄລຍະຍາວໜ່ວຍທີ15ຂອງສະຖານີອະວະກາດສາກົນກັບຄືນສູ່ໂລກ.

ຄາດວ່າ, ຍານອະວະກາດໂຊຢູສ TMA-11ຂອງຣັດເຊຍຈະເຊື່ອມຕໍ່ກັບສະຖານີອະວະກາດສາກົນໃນເວລາ18ໂມງ52ນາທີຂອງວັນທີ12ເດືອນນີ້.
1 2
|