ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-11 20:15:58    
5​ຄົນ​ທີ່​ຈະ​ໄປ​ລ່ວງ​ໜ້າ​ຂອງ​ກອງ​ທະ​ຫານ​ຊ່າງ​ຮັກ​ສາ​ສັນ​ຕິ​ພາບ​ທີ່​ຈີນ​ສົ່ງ​ໄປ​ເຂດ​ດາ​ຟູ​ແຫ່ງ​ຊູ​ດັງ​ຮອດ​ຊູ​ດັງ​ແລ້ວ

cri
ຕາມ​ຂ່າວCRI,​ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ11​ຕຸລາ​ນີ້,ທ່ານ​ລິວ​ຈ້ຽນ​ຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,ອີງ​ຕາມ​ການ​ຈັດ​ວາງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​​ໃນ​ປັດຈຸບັນ​ກ່ຽວ​ກັບ​ໜ່ວຍ​ທະຫານ​ຊ່າງ​ຮັກສາ​ສັນຕິພາບ​ທີ່​ຈີນ​ສົ່ງ​ໄປ​ເຂດ​ດາ​ຟູ​ແຫ່ງ​ຊູ​ດັງ,​ທະຫານ​ຊ່າງ5​ຄົນ​ໄດ້​ເດີນທາງ​ໄປ​ຮອດ​ຊູດັງ​ໃນ​ວັນ​ທີ10​ຕຸລາ​ນີ້​ຢ່າງ​ລ່ວງ​ໜ້າ​ແລ້ວ.

ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ສະຫະ​ປະຊາ​ຊາດ,ຈີນ​ຈະ​ສົ່ງ​ກອງ​ທະ​ຫານ​ຊ່າງ​ຮັກ​ສາ​ສັນ​ຕິ​ພາບ​315​ຄົນ​ໄປ​ດາ​ຟູ,​ເພື່ອ​ເຮັດ​ວຽກ​ກະກຽມ​ໃຫ້​ແກ່​ການ​ຮັກ​ສາ​ສັນ​ຕິ​ພາບ​ປະ​ສົມ​ຂອງ​ສະ​ຫະ​ປະຊາ​ຊາດ​ແລະ​ສະ​ຫະ​ພາບ​ອາ​ຟິຼກ​ກາ​ທີ່​ຈະ​ປະ​ຕິ​ບັດ​ໃນ​ໄວໆ​ນີ້.