ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-14 17:08:14    
ອະດີດຜູ້​ບັນ​ຊາ​ການ​ສູງ​ສຸດ​ຂອງ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ​ຕິ​ຕຽນ​ແຜນ​ການ​ເພີ່ມ​ທະ​ຫານ​ຂອງ​ທ່ານ​ບຸສ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້, ທ່ານ​ລີ​ຄາ​ໂດ ຊານ​ເຊັສ ອະດີດຜູ້​ບັນຊາ​ການ​ສູງ​ສຸດຂອງກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກ່າວວ່າ, ແຜນການ​ເພີ່ມ​ທະຫານ​​ໄປ​ອີຣັກຂອງ​ລັດຖະບານ​ອາ​ເມ​ລິ​ກາ​ແມ່ນຕຸບ​ໝົດ​ບາດ​ດຽວ​ໃນ​ຍາມ​ສີ້ນຫວັງ, ຍ້ອນ​ການ​ວິນິ​ໃສ​ຜິດພາດ​ທາງ​ການ​ເມືອງ, ສົງຄາມ​ທີ່​​ຍືດ​ເຍືອຫຼາຍປີ​ຄັ້ງນີ້ເໝືອນ​ດັ່ງ​ຄວາມ​ຝັນ​ຮ້າຍ.

ວັນ​ທີ 12 ຕຸລາ​ນີ້, ​ໃນ​ເວລາ​ເຂົ້າຮ່ວມ​ກອງ​ປະຊຸມ​ເທື່ອ​ໜຶ່ງ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ອາ​ລິງ​ຕັນ​ລັດ​ວິ​ກີ​ເນຍ, ທ່ານ​ຊານ​ເຊັສກ່າວ​ວ່າ, ສະຖານະ​ການ​ອີຣັກ​ຮ້າຍ​​ແຮງແນວ​ນີ້ ສາ​ເຫດ​ຕົ້ນຕໍ​ແມ່ນ​ຍ້ອນ​ລັດຖະບານ​ອາ​ເມ​ລິ​ກາ​ທຳ​ການ​ວິນິ​ໃສ​ການ​ເມືອງ​ທີ່​ຜິດພາດ​​ພາຍຫຼັງ​ຊາ​ດາມ ອະດີດ​ປະທາ​ນາທິບໍດີ​ອີຣັກລົ້ມສະຫຼາຍ​, ​ໃນ​ນັ້ນລວມທັງ​ການ​ຍົກ​ເລີກ​ກອງທັບ​ອີຣັກ, ບໍ່​ສາມາດ​ສາມັກຄີ​ຜູ້ນຳ​ກົກ​ເຫຼົ່າແລະ​ປະກອບສ້າງ​ລັດຖະບານພົນລະ​ເຮືອນ​ອີຣັກ​ຢ່າງ​ທັນ​ການເປັນຕົ້ນ.