ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-22 15:31:48    
ທະນາຄານ​ໂລກ​ແລະ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ພັດ​ທະ​ນາ​ຂອງ​IMF​ກ່າວ​ວ່າ: ການ​ເງິນ​ປັ່ນ​ປ່ວນ​ແມ່ນ​ມີ​ຜົນ​ເລັກ​ໜ້ອຍ​ຕໍ່​ປະ​ເທດ​ພວມ​ພັດ​ທະ​ນາ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 21 ຕຸລາ​ນີ້, ທະນາຄານ​ໂລກ​ແລະ​ຄະນະ​ກຳມະການຮ່ວມ​ພັດທະນາ​ຂອງກອງ​ທຶນ​ສາກົນຫຼືIMFກ່າວ​ວ່າ: ຕະຫຼາດການ​​ເງິນ​ເກີດ​ການ​ປັ່ນ​ປ່ວນ​ໃນ​ຫວ່າງ​ມໍ່ໆ​ນີ້​​ມີ​ຜົນ​ກະທົບ​ເລັກ​ໜ້ອຍ​ຕໍ່​ປະ​ເທດ​ພວມ​ພັດທະ​ນາ, ທ່ວງທ່າ​ເສດຖະກິດ​ເຕີບ​ໂຕໃນ​ໂລກ​ຍັງ​ແຂງ​ແຮງ​ຄື​ເກົ່າ.

ໃນ​ປະ​ກາດ​ແຈ້ງ​ການ​ທີ່ຄະນະ​ກຳມະການ​ດັ່ງກ່າວ​ປະກາດຫຼັງ​ກອງ​ປະຊຸມ​ຄັ້ງທີ 76 ​ໄດ້​ຂຽນ​ວ່າ, ຄະນະ​ກຳມະການ​ການ​ພັດທະນາຮຽກຮ້ອງ​ໃຫ້​ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍປັບ​ໃຫ້​ເສດຖະກິດ​ທີ່​ທົນ​ຕໍ່​ສະພາບ​ດັ່ງກ່າວ, ​ແລະ​ຮຽກຮ້ອງ​ໃຫ້​ປະ​ເທດຜູ້​ບໍລິຈາກ​ທີ່​ຍັງບໍ່​ທັນ​ປະຕິບັດ​ຕາມ​ຄຳ​ໝັ້ນສັນຍານັ້ນຈົ່ງທຳ​ຄວາມ​ພະຍາຍາມ​ເຮັດ​ໃຫ້​ຄຳ​ໝັ້ນສັນຍາ​ໃນ​ດ້ານ​ເງິນ​ທຶນ ໜີ້​ສິນ​ແລະ​ການ​ອະນຸຍາດ​ໃຫ້​ເຂົ້າຕະຫຼາດ​ບັນລຸ​ຜົນເປັນ​ຈິງ, ​ແລະ​ຍົກ​ລະດັບການ​ຊ່ອຍ​ເຫຼືອພັດທະນາຂອງ​ທາງ​ການ​ຂຶ້ນ​ຮອດ​ 0.7% ຂອງ​ຍອດ​​ລາຍ​ຮັບຂອງ​ປະຊາຊົນ​​ປະ​ເທດຕ່າງໆ​ທີ່​ສະຫະ​ປະຊາ​ຊາດ​ກຳນົດ.

ປະກາດ​ແຈ້ງ​ການ​ຂຽນ​ວ່າ, ຄະນະ​ກຳມະການ​​ພັດທະນາ​ສະໜັບສະໜູນ​ຝ່າຍ​ຕ່າງໆ​ຢ່າງ​ແຂງ​ແຮງ​ໃຫ້ທຳ​ຄວາມ​ພະຍາຍ​າມຕື່ມ​ອີກ, ​ເພື່ອ​ກ້າວ​ເຖີງຂັ້ນ​ເປັນ​ເອກະສັນ​ກັນ​ໃນ​ການ​ເຈລະຈາ​ການ​ຄ້າ​ທົ່ວ​ໂລກຮອບ​ໂດ​ຮາ. ນອກ​ນັ້ນ, ຄະນະ​ກຳມະການ​ດັ່ງກ່າວສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຄືບ​ໜ້າ​ໃນ​ການ​ປະຕິບັດແຜນການ​ຂອບ​ລົງທຶນ​ພະລັງງານ​ສະອາດ​ຂອງ​ທະນາຄານ​ໂລກ.