ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-26 17:58:36    
ເຈົ້າ​ໜ້າ​ທີ່​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​ປະກາດ​ໜັງ​ສືລິ​ເລີ່​ມສ້າງ"ຂອບ​ການ​ຮ່ວມ​ມື​ທາງຍຸດ​ທະ​ສາດ​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ"

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 25 ຕຸລາ​ນີ້,ຢູ່​ເມືອງ​ຈາລົດ​ ລັດ​ກາ​ໂຣລິ​ນາ​​ເໜືອ​ຂອງອາ​​ເມ​ລິ​ກາ,ກອງ​ປະຊຸມ"ການ​ເຈລະ​ຈາ​ການ​ຮ່ວມ​ມື​ພັດ​ທະ​ນາ​ລະ​ຫວ່າງ​ຫົວໜ້າ​ພະ​ແນກ​ທ່ອງ​ທ່ຽວ​ລະດັບ​​ແຂວງ​ຂອງ​ຈີນ​ແລະ​ລັດ​ອາ​ເມ​ລິ​ກາ​"ຄັ້ງ​ປະຖົມ​ມະ​ເລີກ​ທີ່​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ແລະ​ສະມາ​ຄົມ​ການທ່ອງ​ທ່ຽວ​ອາ​ເມ​ລິ​ກາ​ຈັດ​ຂຶ້ນ​ໄດ້​ອັດ​ລົງ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ,ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ປະກາດ​ໜັງສື​ລິ​ເລີ່ມ​ກ່ຽວ​ກັບ​ການ​ສ້າງ"ຂອບ​ການ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ".

ໃນ​ກອງ​ປະຊຸມ​ທີ່​ດຳ​ເນີນ​​ເປັນ​ເວລາ 2 ມື້​ເທື່ອ​ນີ້,ຫົວໜ້າພະ​ແນ​ກທ່ອງ​ທ່ຽວ​ທີ່​ມາ​ຈາກ 26 ​ແຂວງ ​ເຂດ​ປົກຄອງ​ຕົນ​ເອງ​ແລະ​ກຳ​ແພງ​ນະຄອນ​ແລະ 40 ກວ່າ​ລັດຂອງ​ອາ​ເມ​ລິ​ກາ​ໄດ້​ປຶກສາ​ຫາລື​ກັນ​ຢ່າງ​ເລິກ​ເຊິ່ງ​ແລະ​ກວ້າງຂວາງ​ກ່ຽວ​ກັບ​ການຊຸກ​ຍູ້ການ​ຮ່ວມ​ມື​ດ້ານ​ການ​ທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດຕື່ມ​ອີກ,​ໄດ້ອະທິ​ບາຍ​ຢ່າງ​ຮອບດ້ານ​ຕໍ່​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຈາກ​ແງ່​ວິ​ຊາ​ການ,​ແລະ​ໄດ້​ວິ​ເຄາະຢ່າງ​​ເລິກ​ເຊິ່ງຕໍ່​ການ​ທ່ອງ​ທ່ຽວ​ຂອງ​ສອງ​ປະ​ເທດ​ໂດຍ​ສະ​ເພາະ​ແມ່ນ​ຕະຫຼາດ​ການທ່ອງ​ທ່ຽວ​ຕ່າງປະ​ເທດຂອງ​ສອງ​ປະ​ເທດ.