ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-29 17:48:36    
ສິງ​ກະ​ໂປ​ຈະ​ເສີມ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຄົມ​ມະ​ນາ​ຄົມ

cri
ຕາມ​ຂ່າວCRI,​ໃນ​ພິທີ​ໄຂ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ດ້ານ​ຄົມ​ມະ​ນາ​ຄົມ​ຄັ້ງ​ທີ24​ທີ່​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ​ໃນ​ວັນ​ທີ29​ຕຸລາ​ນີ້,ທ່ານ​ໄລ​ມອນ​ດ໌ລິ​ມ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ທີ​ສອງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສິງກະ​ໂປ​ກ່າວ​ວ່າ,ການ​ເສີມ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຄົມມະນາຄົມ​ຕື່ມ​ອີກ,​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ຄົມ​ມະ​ນາ​ຄົມ​ພາຍ​ໃນ​ພາກ​ພື້ນ​ແຫ່ງ​ນີ້ເວົ້າ​ສຳລັບ​ການ​ພັດທະນາ​ເສດຖະກິດ​ພາກ​ພື້ນ​ອາ​ຊຽນ​ແລ້ວ​ແມ່ນ​ສຳ​ຄັນ​ທີ່​ສຸດ.​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ເສັ້ນທາງ​ຂົນ​ສົ່ງ,​ບໍ່​ພຽງ​ແຕ່​ຈະ​ຍົກ​ສູງ​ລະ​ດັບ​ເຊື່ອມ​ໂຍງ​ເຂົ້າ​ກັນ​ແລະ​ກຳ​ລັງ​ແຂ່ງ​ຂັນຂອງ​ປະ​ເທດຕ່າງໆ​ຂອງອາ​ຊຽນ​ເທົ່າ​ນັ້ນ,​ຍັງ​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຂົງ​ເຂດ​ອື່ນໆ.

ໃນ​ເວລາ​ກ່າວ​ຄຳ​ປາ​​ໄສ,ທ່ານ​ໄລ​ມອນ​ດ໌ລິ​ມຍັງ​ກ່າວ​ວ່າ,​ຂົງ​ເຂດ​ຄົມ​ມະ​ນາ​ຄົມ​ຂອງ​ອາ​ຊຽນ​ໄດ້​ສ້າງ​ເວທີ​ອັນ​ບັງ​ເກີດ​ຜົນ​ສຳ​ລັບ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ​ກໍ​ຄື​ປະ​ເທດ​ຄູ່​ເຈ​ລະ​ຈາ​ທີ່​ສຳ​ຄັນ​ຂອງ​ອາ​ຊຽນ​ເຊັ່ນ​ຈີນ​ແລະ​ຍີ່​ປຸ່ນ​ເພື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ.

ໃນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ທີ່​ດຳ​ເນີນ​ເປັນ​ເວລາ3​ມື້,​ເຈົ້າ​ໜ້າ​ທີ່​ກະ​ຊວງ​ຄົມມະ​ນາ​ຄົມ​ຂອງ10​ປະ​ເທດ​ອາ​ຊຽນ​ໄດ້​ປຶກສາ​ຫາລື​ຫົວ​ຂໍ້​ຕ່າງໆ​ເຊັ່ນ​ຈະ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຄົມ​ມະ​ນາ​ຄົມ​ ຂົນ​ສົ່ງ​ຂອງ​ພາກ​ພື້ນ​ຕົນ​ແນວ​ໃດ?​ຈະ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ດ້ານ​ຄົມ​ມະ​ນາ​ຄົມ​ຂອງ​ພາກ​ພື້ນ​ຕົນ​ແນວ​ໃດ​ເຊິ່ງ​ລວມ​ທັງ​ຈະ​ປະ​ຕິ​ບັດ​ແຜນ​ການ​ກ່ຽວ​ກັບ​ຂົງ​ເຂດ​ການ​ບິນ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ແນວ​ໃດ​ເປັນ​ຕົ້ນ.