ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-29 18:07:30    
ການ​ຮ່ວມ​ມືດ້ານ​ໂທລະ​ຄົມ​ລະຫວ່າງ​ຈີນ​ກັບ​ອາຝຼິກາ​ມີ​ອະນາຄົດດີງາມ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 28 ຕຸລາ​ນີ້, ​ຢູ່ກີ​ກາລີ ນະຄອນຫຼວງລູວັນ​ດາ ທ່ານ​​ໂລ​ວຊິນ​ຈຽນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ​ຈີນ​ກ່າວ​ວ່າ, ຈີນ​ກັບປະ​ເທດ​ອາ​ຝຼິກາ​ມີ​ອະນາຄົດ​​​ອັນ​ດີງາມ​​ໃນ​ການ​ຮ່ວມ​ມືໃນ​ດ້ານ​ກາ​ນຊຸກ​ຍູ້​ການ​ພັດທະນາ​ໂທລະ​ຄົມ​ໃນ​ຊົນນະບົດ, ​ແລະອົບຮົມນັກວິຊາການ​ໄຮ​ເທັກ​ເປັນ​ຕົ້ນ.

ທ່ານໂລ​ວຊິນ​ຈຽນ ຊີ້​ອອກ​ວ່າ, ​ໃນ​ຖານະ​ເປັນ​ປະ​ເທດ​ພວມ​ພັດທະນາ, ຈີນ​ໄດ້​​ເດີນ​ຕາມເສັ້ນທາງ​ພັດທະນາ​ຂອງ​ຕົນ, ຝ່າຍ​ຈີນສາມາດ​​ແບ່ງປັນ​ບົດຮຽນ​ແລະ​ບັນຫາ​ທີ່​​ເຄີຍພົບ​ກັບປະ​ເທດ​ອາ​ຝຼິກາ, ຊ່ອຍ​ເຫຼື​ອປະ​ເທດ​ອາ​ຝຼິກາ​ເດີນທາງ​ຄົດ​ໜ້ອຍ​ກວ່າບົນ​ເສັ້ນທາງ​ພັດທະນາ, ຝ່າຍ​ຈີນ​ຈະ​​ເພີ່ມ​ຄວາມ​ແຮງ, ອົບຮົມ​ນັກວິຊາການ​ດ້ານ​ເຕັກນິກ​​ໂທລະ​ຄົມຂໍ້​ມູນ​ຂ່າວສານ​ໃຫ້​ອາ​ຝຼິກາ.

ມື້​ດຽວ​ກັນ, ຢູ່ກີ​ກາລີ, ທ່ານ​ຮາ​ມາດູ ​ໂທ ​ເລຂາທິການ​ໃຫຍ່​ສະຫະພັນ​ໂທລະ​ຄົມ​ສາກົນ​ກໍ່​ກ່າວ​ວ່າ, ວິ​ສາ​ຫະກິດ​ຈີນ​ໄດ້​ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​​ອຸດສາຫະກຳ​ໂທລະ​ຄົມ​ຂອງ​ອາ​ຝຼິກາ.