ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-30 20:22:51    
ຍີ່​ປຸ່ນຈະ​ສົ່ງຜູ້​ຊ່ຽວຊານ​ໄປສ.ປ.ປ​ເກົາຫຼີ​ເພື່ອກວດ​ກາ​ສະພາບ​ການ​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍ​ເສື່ອ​ມສະມັດ​ຕະພາບ

cri
ຕາມ​ຂ່າວ CRI​: ວັນ​ທີ 29 ຕຸລາ​ນີ້, ສື່​ມວນ​ຊົນ​ຍີ່​ປຸ່ນ​ແຈ້ງ​ຂ່າວ​ວ່າ, ລັດຖະບານ​ຍີ່​ປຸ່ນຕົກລົງ​ຈະ​ສົ່ງຜູ້​ຊ່ຽວຊານ​ໄປສ.ປ.ປ​ເກົາຫຼີ​ເພື່ອກວດ​ກາ​ສະພາບ​ການ​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍ​ເສື່ອ​ມສະມັດ​ຕະພາບຂອງສ.ປ.ປ​ເກົາຫຼີພາຍ​ໃນ​ປີ​ນີ້.

ກ່ອນ​ນີ້ມີ​ຂ່າວ​​ແຈ້ງ​ຂ່າວ​ວ່າ, ລັດຖະບານ​ຍີ່​ປຸ່ນບໍ່​ໄດ້​ສົ່ງຄົນ​​ໄປ​ເຂົ້າຮ່ວມ​ວຽກ​ງານ​ກວດກາ​ສະພາບ​ການ​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍ​ເສື່ອ​ມສະມັດ​ຕະພາບຢູ່​ສ.ປ.ປ​ເກົາຫຼທີ່​ຈະີເລີ່​ມ​ແຕ່ວັນ​ທີ 1 ພະຈິກປີ​ນີ້​. ​ແຕ່ຍ້ອນ​ຝ່າຍ​ອາ​ເມ​ລິ​ກາ​ມີ​ຄຳ​ຮຽກຮ້ອງ​ຢ່າງ​ແຮງກ້າ, ຍີ່​ປຸ່ນຈຶ່ງ​ຕົກລົງ​ສົ່ງ​ບຸກຄົນ​ທີ່​ກ່ຽວຂ້ອງ​ໄປ​ເຂົ້າ​ຮ່ວມ​ວຽກ​ງານ​ກວດກາ​ເທື່ອ​ໜ້າ.​ ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນກໍ່​ເຄີຍ​ກ່າວ​ວ່າ, ​ໂດຍ​ອີງ​ຕາມຄວາມ​ຄືບ​ໜ້າ​ຂອງ​ການ​ເຈລະຈາ​ກ່ຽວກັບ​ການ​ເຮັດ​ໃຫ້ສາຍສຳພັນລະຫວ່າງ​ຍີ່​ປຸ່ນ​ແລະ​ສ.ປ.ປ​ເກົາຫຼີຫັນເປັນ​ປົກກະຕິ, ຍີ່​ປຸ່ນອາດ​ຈະ​ສົ່ງ​ນັກວິຊາການ​ທີ່​ກ່ຽວຂ້ອງ​ໄປ​ເຂົ້າ​ຮ່ວມ​ວຽກ​ງານກວດກາ.