ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-02 18:02:42    
ທ່ານ​ຮິ​ວກ່າວ​ວ່າການ​ເຈລະຈາ​ກົນ​ໄກ​ສັນຕິພາບ​ແຫຼມ​ເກົາຫຼີ​ຄວນ​ຈັດ​ຂຶ້ນ​ຫຼັງ​ຈາກ​ສປປ​ເກົາຫຼີ​ປອດ​ນິວ​ເຄຼຍ​ແລ້ວ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ2ພະຈິກ​ນີ້ ຢູ່​ເຊ​ອຸ່ນ ທ່ານ​ຄຼິສ​ໂຕ​ເຟີ ຮິ​ວ ຫົວໜ້າຄະນະ​ຜູ່​ແທນ​ເຈລະຈາ​ອາ​ເມ​ລິ​ກາ​​ໃນ​ການ​ເຈລະຈາ6ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ ຜູ່​ຊ່ວຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,ການ​ເຈລະຈາ​ກົນ​​ໄກ​ສັນຕິພາບ​ແຫຼມ​ເກົາຫຼີ​ຄວນ​ຈັດ​ຂຶ້ນ​ຫຼັງ​ຈາກ​ສປປ​ເກົາຫຼີ​​ປອດ​ນິວ​ເຄຼຍ​ແລ້ວ.

ມື້​ດຽວ​ກັນ ຫຼັງ​ຈາກ​ເຈລະຈາ​ກັບ​ທ່ານ​ຊູນ​ຢົງ​ອູ ຫົວໜ້າ​ຄະນະ​ຜູ່​ແທນ​ສ.​ເກົາຫຼີ​ໃນ​ການ​ເຈລະຈາ6ຝ່າຍ​ແລ້ວ ທ່ານ​ຮິ​ວກ່າວ​ວ່າ,ຖ້າສປປ​ເກົາຫຼີ​ຍັງ​ບໍ່ປອດ​ນິວ​ເຄຼຍ​ເທື່ອ,ອາ​ເມ​ລິ​ກາຈະ​ບໍ່​ທຳ​ຂໍ້​ສະຫຼຸບ​ໃດໆ​ກ່ຽວ​ກັບ​ບັນຫາ​ກົນ​ໄກ​ສັນຕິພາບ​ແຫຼມ​ເກົາຫຼີ.

ວັນ​ທີ1ພະຈິກ​ນີ້ ທ່ານ​ຮິ​ວ​ໄດ້​ເດີນທາງ​ໄປ​ຮອດ​ສ.​ເກົາຫຼີ​ຫຼັງ​ຈາກ​ສິ້ນ​ສຸດ​ການ​ຢ້ຽມຢາມ​ປັກ​ກິ່ງ​ແລ້ວ.ທ່ານ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ຍີ່​ປຸ່ນ​ໃນ​ຕອນ​ບ່າຍ​ວັນ​ທີ2ພະຈິກ.