ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-06 13:22:37    
ນາ​ຍົກ​ສ.ປ.ປລາວ​ຫວັງ​ໃຫ້​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ມີ​ມູນ​ເຊື້ອ​ກັບ​ສ.ປ.ປ.​ເກົາ​ຫຼີ​ຕື່ມ​ອີກ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 5 ພະຈິກ​ນີ້,ຢູ່​ທີ່​ນະ​ຄອນ​ຫຼວງວຽງ​ຈັນ​,ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກລັດຖະມົນຕີສ.ປ.ປ​.ລາວ​ກ່າ​ວວ່າ,ສ.ປ.ປ. ລາວ​ຫວັງ​ໃຫ້​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ກັບສ.ປ.ປ​ເກົາຫຼີ,ຊຸກຍູ້​ການ​ຂະຫຍາຍ​ການ​ພົວພັນຮ່ວມ​ມື​ມິດຕະພາບອັນ​ມີມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.


ມື້​ດຽວ​ກັນ,ທ່ານ​ບົວ​ສອນ ບຸບຜາ​ວັນ​ໄດ້​ພົບ​ປະເຈລະຈາ​ກັບ​ທ່ານ​ກິມຢົງ​ອິນ ນາຍົກ​ລັດຖະມົນຕີ​ສ.ປ.ປ.​ເກົາຫຼີ​ທີ່​ໄປ​ຢ້ຽມຢາມ. ​ໃນ​ການ​ເຈລະຈາ,ທ່ານ​ບົວ​ສອນ​ໄດ້​ສະ​ເຫ​ນີສະພາບ​ການ​ພັດທະນາ​ຂອງ​ເສດຖະກິດ ສັງຄົມ​ພາຍ​ໃນ​ປະ​ເທດ​ລາວ​​ໃຫ້​​ແກ່​ທ່ານ​ກິມຢົງອິນຊາບ,​ໂດ​ຍສະ​ເພາະ​ແມ່ນ​ຫມາກຜົນ​ອັນ​ໃຫຍ່​ຫຼວງ​ທີ່​ໄດ້​ຮັບ​ນັບແຕ່​ປະຕິບັດ​ນະ​ໂຍບາຍ​ການ​ປ່ຽນ​ແປງ​ໃຫມ່​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເມື່ອ​ປີ 1986 ​ເປັນຕົ້ນມາ​.ສອງ​ຝ່າຍ​ຍັງ​ໄດ້​ຫາລື​ກັນ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມືມິດຕະ ພາບ ລະຫວ່າງ​ສ.ປ.ປ.ລາວ​ກັບສ.ປ.ປ.​ເກົາຫຼີ ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ການຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ເມືອງ ຄວາມ​ປອດ​ໄພ ​ເສດຖະກິດ ສັງຄົມ​ແລະ​ຂົງ​ເຂດອື່ນໆ.

ມື້​ດຽວ​ກັນ,ທ່ານ​ກິມ​​ຢົງ​ອິນ​ຍັງ​ໄດ້​ເຂົ້າຢ້ຽມ​ຄຳນັບກັບ​ທ່ານ​ຈູມມະລີ ​ໄຊ​ຍະ​ສອນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫາ​ນງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ທັງ​ເປັນ​ປະທານ​ປະ​ເທດ​ລາວ.ທ່ານ​ຈູມ​ມະ​ລີ​ໄດ້​ຕີ​ລາຄາສູງ​ໃຫ້​ແກ່​ການ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມືມິດຕະພາ​ບອັນມີ​ມູນ​ເຊື້ອ​ລະຫວ່າງ​ສາທາ​ລະນະ​ລັດ​ປະຊາທິ​ປະ​ໄຕ​ປະຊາຊົນ​ລາວ​ກັບ​ສາທາລະນະ​ລັດ​ປະຊາຊົນ​ປະ​ຊາ​ທິປະ​ໄຕ​ເກົາຫຼີ,​​ແລະ​ເຫັນ​ວ່າ​ການ​ຢ້ຽມຢາມ​ຂອງທ່ານ​ກິມຢົງ​ອິນ​ເທື່ອ​ນີ້ຈະ​ມີ​ຜົນ​ປະ​ໂຫຍ​ດຕໍ່ການ​ຊຸກຍູ້​ການ​ຂະຫຍາຍການ​ພົວພັນ​ຂອງສອງ​ປະ​ເທດ ຕື່ມ​ອີກ