ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-06 18:47:43    
ເຈົ້າໜ້າ​ທີ່​ຈີນ​ກ່າວ​ວ່າ ​ໂລກ​​ເຊື່ອ​ກາ"​ຜະ​ລິດ​ຢູ່​ຈີນ"ຢູ່​ຄື​ເກົ່າ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 5 ພະຈິກ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ ທ່ານ​ເວີ້​ຍ​ສວນຈົ່ງ ຮອງ​ຫົວໜ້າ​ກົມ​ໃຫຍ່​ກວດສອບ​ຄຸນ​ນະພາ​ບ​​ແລະ​ກວດກາ​ພະຍາດແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ເຖິງ​ວ່າ​ຢູ່​ຕ່າງປະ​ເທດ​ໄດ້​ມີ​ເຫດການ​ຈຳນວນ​ໜຶ່ງ​ກ່ຽວ​ພັນ​ເຖິງ​ຄຸນ​ນະພາບຂອງ​ຜະລິດ​ຕະພັນ​ຈີນ​ກໍ່ຕາມ, ​ແຕ່​ຜະລິດ​ຕະພັນ​ສົ່ງ​ອອກ​ຂອງ​ຈີນ​ບໍ່​ໄດ້​ຖື​ກກະທົບກະ​ເທືອ​ນຫຍັງຫຼາຍຍ້ອນ​ເລື່ອງ​ເຫຼົ່າ​ນີ້, ​ໂລກ​ຍັງ​ເຊື່ອ​ກາ"​ຜະລິດຢູ່​ຈີນ"ຢູ່​ຄື​ເກົ່າ..

ທ່ານ​ເວີ້​ຍສວນຈົ່ງ​​ກ່າວ​ວ່າ, ​ແຕ່​​ເດືອນ​ມັງກອນ​ຫາ​ເດືອນ​ສິງຫາ​ປີ​ນີ້, ສິນຄ້າ​ສົ່ງ​ອອກຂອງ​ຈີນ​ໄ​ເພີ່ມ​ຂຶ້ນ 27,7%, ສັງ​ເກດ​ຈາກ​ຕົວ​ເລກ​ດັ່ງກ່າວ​​ເຫັນ​ວ່າ, ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ບໍ່​​ໄດ້​ຖືກ​ກະທົບກະ​​ເທືອ​ນຫຍັງຫຼາຍ. ວິ​ສາ​ຫະກິດ​ສົ່ງ​ອອກ​ເຄື່ອງຫຼີ້ນຂອງ​ຈີນບາງ​ແຫ່ງ​ສ່ອງ​ແສງວ່າ, ຈຳນວນ​ຈອງ​ຊື້ເຄື່ອງ​ຂອງ​ເຂົາ​​ເຈົ້າ​ໃນ​ປີ​ນີ້ບໍ່​ພຽງ​ແຕ່ບໍ່​ໄດ້ຫຼຸດໜ້ອຍ​ລົງ, ກົງກັນຂ້າມ​ຍັງ​ເພີ່ມຂຶ້ນ​ຊ້ຳ.

ທ່ານ​ເວີ້​ຍສວນຈົ່ງ​​ແມ່ນ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຕາມ​ຄຳ​ເຊີນ​ຂອງ​ກະຊວງ​ສາທາລະນະ​ສຸກແລະ​ກົມ​ຄຸ້ມ​ຄອງ​ອາຫານ​ແລະ​ຢາຂອງ​ອາ​ເມ​ລິ​ກາ. ​ໃນ​ໄລຍະຢ້ຽມຢາມ​ອາ​ເມ​ລິ​ກາ, ທ່ານ​ໄດ້​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກັບ​ຝ່າຍ​ອາ​ເມ​ລິ​ກາກ່​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ຂອງ​ອາຫານ. ສອງ​ຝ່າຍ​​ເຫັນ​ດີ​ຈະ​ເພີ່ມ​ທະວີ​ການ​​ແລກປ່ຽນ​ແລະ​ຮ່ວມ​ມື​ກັນໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ຕື່ມ​ອີກ, ​ແລະ​ເຊັນ​ບົດ​ບັນທຶກ​ຊ່ອຍ​ຈຳ​ການ​ຮ່ວມ​ມື​ຄວາມ​ປອດ​ໄພ​ຂອງ​ອາຫານ​ທີ່​ກ່ຽວຂ້ອງ​ໂດຍ​ໄວ, ​ເພື່ອ​ສ້າງ​ກົນ​ໄກ​ຮ່ວມ​ມື​ທີ່​ບັງ​ເກີດ​ຜົນ​ຍາວ​ນານ​ຕາມຫຼັກວິທະຍາສາດ​ຢ່າງ​ໝັ້ນທ່ຽງ.