ຝະຣັ່ງປະກາດບົດລາຍງານວ່າປະສິດທິພາບການນຳໃຊ້ພະລັງງານຂອງຈີນໄດ້ຍົກສູງຂຶ້ນຢ່າງເດັ່ນຊັດ
cri
ຕາມຂ່າວສານຊິນຮວາ,ວັນທີ7ພະຈິກນີ້,ສະຖາບັນຄຸ້ມຄອງສິ່ງແວດລ້ອມແລະພະລັງງານຝະຣັ່ງໄດ້ເຜີຍແຜ່ບົດລາຍງານສະບັບໜຶ່ງໂດຍກ່າວວ່າ,ນັບແຕ່ປີ1990ມານີ້,ປະສິດທິພາບການນຳໃຊ້ພະລັງງານທົ່ວໂລກໂດຍສະເພາະແມ່ນປະເທດພວມພັດທະນາເຊັ່ນຈີນເປັນຕົ້ນໄດ້ຍົກສູງຂຶ້ນຢ່າງເດັ່ນຊັດ,ຕົ້ນຕໍແມ່ນຍ້ອນປະເທດຕ່າງໆໄດ້ວາງນະໂຍບາຍພະລັງງານເພື່ອອະນຸລັກສິ່ງແວດລ້ອມ.
ບົດລາຍງານຊີ້ອອກວ່າ,ນັບແຕ່ປີ1990ມານີ້,ສະເລ່ຍແລ້ວ,ປະສິດທິພາບການນຳໃຊ້ພະລັງງານຂອງທົ່ວໂລກໄດ້ເພີ່ມຂຶ້ນ1,6%ຕໍ່ປີ,ໃນນັ້ນ,ໃນລະຫວ່າງປີ1990ຮອດປີ2000,ຈີນໄດ້ເພີ່ມຂຶ້ນ7,5%ຕໍ່ປີ,ອັນໄດ້ປະກອບສ່ວນຢ່າງພົ້ນເດັ່ນເຂົ້າໃນການເຮັດໃຫ້ປະສິດທິພາບການນຳໃຊ້ພະລັງງານຂອງທົ່ວໂລກຍົກສູງຂຶ້ນຢ່າງເດັ່ນຊັດ.ນອກນີ້,ປະສິດທິພາບການນຳໃຊ້ພະລັງງານຂອງປະເທດທີ່ໃຊ້ພະລັງງານຫຼາຍເຊັ່ນອາເມລິກາເປັນຕົ້ນກໍໄດ້ຍົກສູງຂຶ້ນຢ່າງຫຼວງຫຼາຍ.
ບົດລາຍງານຂຽນວ່າ,ເອີລົບແມ່ນພາກພື້ນທີ່ນຳໃຊ້ພະລັງງານຢ່າງມີປະສິດທິພາບສູງກວ່າໝູ່ໃນໂລກປັດຈຸບັນ,ການສິ້ນເປືອງພະລັງງານຕໍ່ຫົວໜ່ວຍGDPຂອງປະເທດເອີລົບຕ່ຳກວ່າອາເມລິກາ30%.
ບົດລາຍງານໄດ້ວິເຄາະວ່າ,ຖ້າວ່າປະສິດທິພາບການນຳໃຊ້ພະລັງງານຂອງທົ່ວໂລກບໍ່ໄດ້ຍົກສູງຂຶ້ນຢ່າງຕໍ່ເນື່ອງ,ປະລິການການສິ້ນເປືອງພະລັງງານຂອງທົ່ວໂລກຈະຫຼາຍກວ່າປະລິມານການສິ້ນເປືອງພະລັງງານໃນປັດຈຸບັນ40%.
|
|