ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-09 15:45:34    
ນາ​ຍົກ​ມາ​ເລ​ເຊຍ​ພົບ​ປະ​ກັບ​ຜູ່​ແທນ​ພັກ​ກອມ​ມູ​ນິດ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ8​ພະຈິກ​ນີ້,ຢູ່​ກົວ​ລາ​ລຳ​​ເປີ,ທ່ານ​ອັບ​ດູ​ນລາ ອາ​ ເມັດ ບາ​ດາ​ວີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ປະ​ທານ​ພັກ​​ເອກະ​ພາບ​ແຫ່ງ​ຊາດ​ມາ​ເລ​ຫຼື​ພັກ​ອຳ​ໂນໄດ້​ພົບ​ປະ​ກັບທ່ານ​ຈ່າງ​ຊຽນ​ພູ ​ຜູ່​ແທນ​ພັກ​ກອມ​ມູນິດ​ຈີນ,​ກຳ​ມະ​ການ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,​ກຳ​ມະ​ການ​ປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ​ທຽນ​ສິນ,​ເລ​ຂາ​ຄະ​ນະ​ກວດ​ກາ​ນະ​ຄອນ​ທຽນ​ສິນ​ຂອງ​ຈີນ​ທີ່​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຜູ່​ແທນ​ພັກ​ອຳ​ໂນ​ປີ​2007.

ທ່ານ​ບາ​ດາ​ວີ​​ໄດ້​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ17​ຂອງ​ພັກ​ກອມ​ມູນິດ​ຈີນ​ຈັດ​ຂຶ້ນ​ຢ່າງ​ມີ​ຜົນສຳ​ເລັດ​ອັນ​ຈົບງາມ,ທ່ານ​ກ່າວ​ວ່າ,ຈີນ​ແມ່ນ​ເພື່ອນ​ສະໜິດ​ຂອງ​ມາ​ເລ​ເຊຍ.ສອງ​ປະ​ເທດ​ໄດ້​ໄປມາຫາ​ສູ່​ກັນ​ຢ່າ​ງ​ໃກ້ຊິດ​ທີ່​ສຸດ​ໃນ​ດ້ານຕ່າງໆ​ເຊັ່ນ​ການ​ເມືອງ,​ເສດຖະກິດ​ແລະ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ,ທ່ານ​ຍັງ​ອວຍພອນ​ໃຫ້​ຈີນ​ຈົ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ກໍ່​ສ້າງ​ແລະ​ພັດທະນາ​ປະ​ເທດ​ພາຍ​ໃຕ້​ການ​ນຳພາ​ຂອງ​ ຄະ​ນະ​ນຳ​ສູນ​ກາງ​ພັກ​ຊຸດ​ໃໝ່.​ລັດ​ຖະ​ບານ​ມາ​ເລ​ເຊຍ​ແລະ​ທ່ານ​ເອງ​ຍິນ​ດີ​ສືບ​ຕໍ່​ສົ່ງ​ເສີມການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ.