ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-13 09:41:24    
ເກີດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຢູ່​ອັງ​ກິດ

cri
ຕາມ​ຂ່າວCRI,ຕອນ​ບ່າຍ​ວັນ​ທີ12​ພະຈິກ​ນີ້,​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ອັງ​ກິດ​ໄດ້​ປະກາດ​ວ່າ,​ນິ​ຄົມ​ກະ​ເສດ​ແຫ່ງ​ໜຶ່ງ​ທີ່ຢູ່​ເຂດ​ຕໍ່​ແດນ​ລະ​ຫວ່າງ​​ແຄວ້ນ​ຊາ​ໂຟກ​ແລະ​ແຄວ້ນ​ໂນ​ໂຟກ​ພາກ​ຕາ​ເວັນ​ອອກ​ຂອງ​ອິງ​ແກຼດ໌​ໄດ້​ປະ​ກົດ​ມີ​ ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ເພີ່ມ​ໃໝ່,​ໄກ່ງວງ​ປະ​ມານ​5​ພັນ​ໂຕ​ຖືກ​ຂ້າ,​ບໍ​ລິ​ເວນ​ອ້ອມຮອບ​ເຂດ​ເກີດ​ພະຍາດ3​ກິ​ໂລ​ແມັດ​ໄດ້​ກຳ​ນົດ​ເປັນ​ເຂດ​ຫ້າມ​ເຄື່ອນ​ຍ້າຍ​ແລະ​ບໍລິ​ເວນ​ອ້ອມ​ເຂດ​ເກີດ​ພະຍາດ10​ກິ​ໂລ​ແມັດ​ໄດ້​ກຳນົດ​ເປັນ​ເຂດຕິດຕາມ​ເຝົ້າ​ລະ​ວັງ​.

ຜົນການ​ກວດກາ​ເບື້ອງຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໄກ​ງວງ​ຈຳນວນ​ນີ້ທີ່​ກຽມ​ສົ່ງ​ເຂົ້າ​ປ້ອນ​ຕະ​ຫຼາດ​​ໃນ​ຍາມ​ບຸນ​ຄຼິສ​ມາດ​ນັ້ນ​ໄດ້​ຕິດ​ເຊື້ອພະຍາດ​ໄຂ້ຫວັດ​ສັດ​ປີກ​H5.​ປັດຈຸ​ບັນ​ຍັງ​ຢືນ​ຢັນ​ບໍ່​ໄດ້ວ່າ​ນີ້​ແມ່ນ​ເຊື້ອພະຍາດປະ​ເພດ​ຮ້າຍ​ແຮງ​ຫຼື​ບໍ່,ຂະນະ​ນີ້​ພວມກວດກາ​ຕື່ມ​ອີກ.