ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-16 15:27:42    
ນາ​ຍົກ​ຍີ່​ປຸ່ນ​ຫວັງ​ຢາກ​ຢ້ຽມ​ຢາມ​ຈີນ​ໂດຍ​ໄວ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນທີ 15 ພະຈິກ​ນີ້,​ໃນ​ເວລາ​ທ່ານ​ຢາ​ຊຸ​ໂອ​ະ ຟູກູ​ດະ ນາຍົກລັດຖະມົນຕີຍີ່ປຸ່ນ​​​ໃຫ້ສຳພາດຕໍ່​ສື່ມວນ​ຊົນ​ຕ່າງປະ​ເທດ​ຢູ່​​ທີ່​ພຳນັກ​ຂອງນາຍົກລັດຖະມົນຕີນັ້ນ,ທ່ານກ່າວ​ວ່າຫວັງ​ຢາກຢ້ຽມຢາມ​ຈີນ​ໂດ​ຍ​ໄວ​ເທົ່າ​ທີ່​ຈະ​ໄວໄດ້,​ແລະ​ເພີ່ມ​ທະວີ​ການ​ພົວພັນ​​​ທີ່ໄວ້​ເນື້ອ​ເຊື່ອ​ໃຈ​ກັນກັບ​ຜູ່​ນຳ​ຈີນ.


ທ່ານ​ຟູ​ກູ​ດະ​ກ່າວ​ວ່າ,​ເວົ້າ​ສຳລັບ​ສອງ​ປະ​ເທດ,ການ​ພົວພັນລະຫວ່າງ​ຍີ່ປຸ່ນກັບຈີນລ້ວນ​ແຕ່​ແມ່ນ​ການ​ພົວພັນສອງ​ຝ່າຍ​ທີ່​ສຳຄັນ​ກວ່າ​ຫມູ່.ການ​ທີ່ຜູ່​ນຳ​ຍີ່​ປຸ່ນ​ຈີນ​ເຂົ້າ​ໃຈ​​ເຊິ່ງກັນ​ແລະ​ກັນນັ້ນ​ແມ່ນ​ສຳຄັນ​ທີ່​ສຸດ,ການ​ເພີ່ມ​ທະວີ​ການ​ພົວພັນທີ່​ໄວ້​ເນື້ອ​ເຊື່​ອ​ໃຈ​ກັນນັ້ນ​ກໍ​ແມ່ນ​ສຳຄັນ​ທີ່​ສຸດ,ສະ​ນັ້ນ,ຜູ່​ນຳ​ທັງ ສອງ​ຄວນ​ພະຍາຍາມ​ສຸດ​ຂີດ​ເພື່ອແລກປ່ຽນ​ແລະ​ສົນທະນາ​ກັນ​ຢ່າງ​​ເປັນ​ປົກກະຕິ,.ທ່ານ​ຈະ​ມີ​ໂອກາດ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ​ເວີ່ນ​​​ເຈ່ຍ​ປາວ​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ໃນ​ອາທິດ​ຫນ້າ,ນີ້​ແມ່ນ​ໂອ​ກາດ​​ຫນຶ່ງ​ທີ່​ຈະເພີ່ມ​​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ຜູ່​ນຳ​ທັງ​ສອງ