|
 |
(GMT+08:00)
2007-11-18 18:28:56
|
 |
ທ່ານເວິ່ນເຈ່ຍປາວເດີນທາງໄປຮອດສິງກະໂປເລີ່ມຢ້ຽມຢາມສິງກະໂປຢ່າງເປັນທາງການ
cri
ຕາມຂ່າວCRI,ຕອນບ່າຍວັນທີ18ພະຈິກນີ້,ທ່ານເວິ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນໄດ້ເດີນທາງໄປຮອດສິ່ງປະໂປແລະເລີ່ມຢ້ຽມຢາມສິງກະໂປຢ່າງເປັນທາງການ,ແລະເຂົ້າຮ່ວມກອງປະຊຸມຕ່າງໆທີ່ຈັດຂຶ້ນຢູ່ແຫ່ງນັ້ນຄືກອງປະຊຸມຜູ່ນຳອາຊຽນກັບຈີນ,ຍີ່ປຸ່ນ,ສເກົາຫຼີຄັ້ງທີ11,ກອງປະຊຸມຜູ່ນຳຈີນກັບອາຊຽນຄັ້ງທີ11,ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ3ແລະກອງປະຊຸມຜູ່ນຳຈີນ,ຍີ່ປຸ່ນ,ສເກົາຫຼີຄັ້ງທີ8.
ນີ້ແມ່ນທ່ານເວິ່ນເຈ່ຍປາວຢ້ຽມຢາມສິງກະໂປເປັນເທື່ອທຳອິດ.ໃນໄລຍະຢ້ຽມຢາມ,ນອກຈາກຈະພົບປະທ່ານລີຊຽນລົງ ນາຍົກລັດຖະມົນຕີ ທ່ານນາຕານ ປະທານາທິບໍດີ ທ່ານໂກຈົກຕົງ ລັດຖະບຸລຸດ ແລະທ່ານລີກວາງຢູ ລັດຖະບຸລຸດອາວຸໂສແລ້ວ,ທ່ານເວິ່ນເຈ່ຍປາວ ຍັງຈະກ່າວປາຖະກະຖາຢູ່ມະຫາວິທະຍາໄລແຫ່ງຊາດສິງກະໂປ,ຕິດຕໍ່ພົວພັນກັບຜູ່ແທນວົງການຕ່າງໆຢ່າງກວ້າງຂວາງ.
ກ່ອນໜ້ານີ້,ກະຊວງການຕ່າງປະເທດຈີນໄດ້ກ່າວວ່າ,ຈຸດປະສົງຕົ້ນຕໍທີ່ທ່ານນາຍົກເວິ່ນເຈ່ຍປາວຢ້ຽມຢາມສິງກະໂປແມ່ນເພື່ອຊຸກຍູ້ການຮ່ວມມືດ້ວຍໄມຕີຈິດແລະຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດໃຫ້ໄດ້ຮັບຄວາມຄືບໜ້າໃໝ່ຕື່ມອີກ.ນາຍົກລັດຖະມົນຕີຈີນເຂົ້າຮ່ວມກອງປະຊຸມຕ່າງໆຂອງຜູ່ນຳອາຊີຕາເວັນອອກແມ່ນເພື່ອເພີ່ມຄວາມເຂົ້າໃຈກັນແລະຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງລະຫວ່າງຈີນກັບປະເທດອ້ອມຂ້າງຕື່ມອີກ,ເພີ່ມທະວີການຮ່ວມມືໃນພາກພື້ນອາຊີຕາເວັນອອກ,ຊຸກຍູ້ໃຫ້ປະເທດອາຊີຕາເວັນອອກພັດທະນາຢ່າງກົມກຽວກັນ,ພັດທະນາພ້ອມກັນແລະພັດທະນາແບບຍືນຍົງ.
|
|
|