|
 |
(GMT+08:00)
2007-11-18 19:23:22
|
 |
ທ່ານເວິ່ນເຈ່ຍປາວເດີນທາງໄປຮອດສິງກະໂປເລີ່ມຢ້ຽມຢາມສິງກະໂປຢ່າງເປັນທາງການ
cri
ຕາມຂ່າວCRI,ຕອນບ່າຍວັນທີ18ພະຈິກນີ້,ທ່ານເວິ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນໄດ້ເດີນທາງໄປຮອດສິງກະໂປ, ເລີ່ມຢ້ຽມຢາມສິງກະໂປຢ່າງເປັນທາງການ,ແລະເຂົ້າຮ່ວມກອງປະຊຸມຕ່າງໆຂອງຜູ່ນຳອາຊີຕາເວັນອອກທີ່ຈັດຂຶ້ນຢູ່ສິງກະໂປ.
ຕອນບ່າຍມື້ດຽວກັນ,ທ່ານລີຊຽນລົງ ນາຍົກລັດຖະມົນຕີສິງກະໂປໄດ້ພົບປະເຈລະຈາກັບທ່ານເວິ່ນເຈ່ຍປາວ,ແລກປ່ຽນຄວາມເຫັນກ່ຽວກັບການຊຸກຍູ້ການຮ່ວມມືໃນຂົງເຂດຈຸດໜັກລະຫວ່າງສອງປະເທດແລະບັນຫາສາກົນແລະພາກພື້ນທີ່ສົນໃຈນຳກັນ.
ກ່ອນການເຈລະຈາ,ທ່ານລີຊຽນລົງໄດ້ຈັດພິທີຕ້ອນຮັບອັນໃຫຍ່ໂຕເພື່ອທ່ານເວິ່ນເຈ່ຍປາວ.ຫຼັງການເຈລະຈາ,ນາຍົກລັດຖະມົນຕີຂອງສອງປະເທດຍັງຈະເຂົ້າຮ່ວມພິທີລົງນາມໃນເອກະສານຮ່ວມມືສອງຝ່າຍຫຼາຍສະບັບ.
ພາຍຫຼັງໄປຮອດສະໜາມບິນຈາງອີຂອງສິງກະໂປແລ້ວ,ທ່ານເວິ່ນເຈ່ຍປາວໄດ້ກ່າວຄຳປາໄສທາງລາຍຫຼັກອັກສອນ,ກ່າວວ່າຫວັງຢາກຜ່ານການຢ້ຽມຢາມເທື່ອນີ້ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນສິງກະໂປມີການພັດທະນາຕື່ມອີກ.ໃນເວລາກ່າວເຖິງກອງປະຊຸມຕ່າງໆຂອງຜູ່ນຳອາຊີຕາເວັນອອກ,ທ່ານກ່າວວ່າ,ທ່ານຄອງຄອຍພ້ອມກັນກັບຜູ່ນຳປະເທດຕ່າງໆແລກປ່ຽນຄວາມເຫັນກ່ຽວກັບການຊຸກຍູ້ການຮ່ວມມືໃນອາຊີຕາເວັນອອກໃຫ້ຂະຫຍາຍຕົວກ້າວສູ່ລວງເລິກ,ປະກອບສ່ວນເຂົ້າໃນການສ້າງສາອາຊີໃຫ້ມີສັນຕິພາບ,ກົມກຽວກັນແລະຈະເລີນຮຸ່ງເຮືອງ.
|
|
|